9 ບັນຫາສໍາຄັນທີ່ ທ່ານນາຍົກເນັ້ນໃຫ້ນະຄອນຫລວງເລັ່ງປະຕິບັດ

9 ບັນຫາສໍາຄັນທີ່ ທ່ານນາຍົກເນັ້ນໃຫ້ນະຄອນຫລວງເລັ່ງປະຕິບັດ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ສປປ​ລາວ ໄດ້​ລົງ​ຊີ້​ນຳ​ວຽກ​ງານ ​ຢູ່​ຫ້ອງ​ວ່າການ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໃນບໍ່ດົນມານີ້ ຊຶ່ງທ່ານ​ໄດ້​ກ່າວເນັ້ນ​ໃຫ້ອໍານາດການປົກຄອງ ​ນະຄອນຫຼວງ​ວຽງ​ຈັນ ສຸມໃສ່ 9 ບັນຫາທີ່ສໍາຄັນ ໃນການຍູ້ເສດຖະກິດ.

9 ບັນຫາທີ່ສໍາຄັນປະກອບມີ: ໃຫ້ສືບຕໍ່ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສືບຕໍ່​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​, ຕ້ອງ​ສົ່ງເສີມ​ການ​ຜະລິດ​ຢູ່​ພາຍ​ໃນ​ໃຫ້​ເປັນ​ໜໍ່​ແໜງ ໃນຍຸກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ສູ້​ຊົນ​ຊຸກຍູ້​ປະຊາຊົນ​ຜະລິດ​ກຸ້ມ​ຕົນ​ເອງ ເພີ່ງ​ຕົນ​ເອງ ແລະ ຜະລິດ​ເປັນ​ສິນຄ້າ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ, ໃຫ້ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ສືບຕໍ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ, ສືບຕໍ່​ຫຼຸດຜ່ອນ​ປະກົດ​ການ​ຫຍໍ້ທໍ້​ທາງ​ສັງຄົມ​ ໂດຍສະເພາະບັນຫາຢາ​ເສບ​ຕິດ ແລະ ອຸປະ​ເຫດຕິເຫດ​ຕາມ​ທ້ອງ​ຖະໜົນ, ຊຸກຍູ້​ດ້ານ​ວິຊາ​ການ​ປູກຝັງ​ລ້ຽງສັດ, ຫາ​ແຫຼ່ງ​ສິນ​ເຊື່ອ ແລະ ທຶນຮອນ​ໃຫ້​ຊາວ​ກະສິກອນ​ຜູ້​ເຮັດ​ການ​ຜະລິດ​ໂດຍ​ບໍ່​ໃຫ້​ເກັບ​ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ຈຳເປັນ​ກັບ​ເຂົາເຈົ້າ​ ແລະ ສຳລັບ​ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ຕ່າງປະເທດ​ມອບ​ໃຫ້​ພະ​ແນກ​ແຮງ​ງ​ງານ ແລະ ສະຫວັດດີ​ການ​ສັງຄົມ ນະຄອນຫຼວງ​ວຽງ​ຈັນ​ເປັນ​ເສນາ​ທິ​ການ ປະສານ​ກັບ​ບັນດາ​ໂຮງ​ຈັກ​ໂຮງງານ​ຢູ່​ໃນ​ນະຄອນຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ​ໃນ​ການ​ສອບເສັງ ຫຼື ຄັດ​ເລືອກ​ບັນຈຸ​ເຂົ້າ​ເຮັດ​ວຽງ​ຕາມ​ເງື່ອນໄຂ​ຕົວ​ຈິງ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້ກ່າວຕື່ມອີກວ່າ: 9 ບັນຫາດັ່ງກ່າວນັ້ນຈະເປັນຕົວແປທີ່ສໍາຄັນໃນການຍູ້ເສດຖະກິດ-ສັງຄົມ ຢູ່ໃນນະຄອນຫລວງວຽງຈັນ ເຖິງແມ່ນວ່າ ການຂະຫຍາຍຕົວຂອງເສດຖະກິດຢູ່ນະຄອນຫລວງວຽງຈັນ ຈະບໍ່ໄດ້ຕາມຄາດໜາຍທີ່ວາງໄວ້ ຄື 9,5% ຊຶ່ງມີ​ການຂະຫຍາຍຕົວ​ພຽງ 6,32% ໃນ​ປີ​ນີ້ ແຕ່ກໍຖືວ່າເປັນໂຕເລກທີ່ໜ້າພໍໃຈ ໃນໄລຍະເວລາທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply