ຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນ3. 300 ກວ່າກໍລະນີແລ້ວ ແຕ່ເສຍຊິວິດ ຍັງຢູ່ 08 ຄົນ

ຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນ3. 300 ກວ່າກໍລະນີແລ້ວ ແຕ່ເສຍຊິວິດ ຍັງຢູ່ 08 ຄົນ

ມາເຖິງປະຈຸບັນການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ ຊຶ່ງໄດ້ມີກໍລະນີ ສະສົມຄົນເຈັບພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນທັງໝົດ 3. 390 ກໍລະນີແລ້ວ, ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 08 ຄົນ, ຢູ່ນະຄອນຫຼວງວຽງຈັນ 03 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ, ໄຊຍະບູລີ 01 ຄົນ, ຄຳມ່ວນ 01ຄົນ ແລະ ຊຽງຂວາງ 01 ຄົນ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 19 ກໍລະກົດ 2020 ວ່າ: ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ, ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 721 ກໍລະນີ, ແຂວງ ວຽງຈັນ 407 ກໍລະນີ, ບໍລິຄຳໄຊ 391 ກໍລະນີ, ອັດຕະປື 356 ກໍລະນີ ແລະ ແຂວງອື່ນໆ.

ສະພາບໄຂ້ຍຸງລາຍ ປີ 2019 ຜ່ານມາ, ຖືເປັນປີລະບາດໃຫ່ຍ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້ ສະເພາະ ຢູ່ໃນລາວ ໄດ້ມີການແຜ່ລະບາດໄຂ້ຍຸງຢ່າງກວ້າງຂວາງໃນທົ່ວປະເທດ ເຊິ່ງມີຜູ້ຕິດເຊື້ອໄຂ້ຍຸງລາຍຈຳນວນ 39. 000 ຄົນ, ເສຍຊີວິດ 76 ຄົນ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລະບາດແຜ່ລາມ ເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນ ພ້ອມກັນປ້ອງກັນ ບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກເປັນປະຈຳ ໂດຍສະເພາະທຳລາຍ ແຫລ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply