ນັບຕັ້ງແຕ່ປີ 2007-2020, ບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນທຶນຮອນ ເຂົ້າໃນວຽກງານ ການບົວລະບັດຮັກສາ ສວນສາທາລະນະ 3 ແຫ່ງໃນນະຄອນຫຼວງວຽງຈັນ ປະກອບມີ: ສວນອານຸສອນ ເຈົ້າຟ້າງຸ່ມ, ສວນວົງວຽນຈີ່ນາຍໂມ້ ແລະ ສວນວົງວຽນ 450 ປີ (ຖະໜົນໄກສອນ ພົມວິຫານ) ໄປແລ້ວຫຼາຍ ກ່ວາ 3.4 ຕື້ກີບ.
ໃນອາທິດທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ.ວຈ) ແລະ ບໍລິສັດ ສຸກປັນຍາ ກໍ່ສ້າງ ໄດ້ຮ່ວມກັນ ຈັດກິດຈະກຳອອກແຮງງານລວມ ທີ່ ສວນວົງວຽງຈີ່ນາຍໂມ້, ໂດຍມີຈຸດປະສົງເພື່ອປັບປຸງສວນວົງວຽນໂມງຈີ່ນາຍໂມ້ ໃຫ້ມີຄວາມສວຍງາມ ສະອາດ ງາມຕາ, ພ້ອມທັງປັບປຸງ ສ່ວນທີ່ມີການເປ່ເພ່ ເສຍຫາຍ ຈຳນວນໜຶ່ງ. ກິດຈະກໍາອອກແຮງງານລວມ ໃນເທື່ອນີ້ ແມ່ນເພື່ອຜັນຂະຫຍາຍ 6 ສ ຂອງນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ ໂດຍສະເພາະແມ່ນ ສ ສີຂຽວ ແລະ ສ ສະອາດ.
ທ່ານ ບຸນຈັນ ແກ້ວສີທຳມະ, ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ໄດ້ແຈ້ງໃຫ້ຊາບວ່າ, ທາງບໍລິສັດເບຍລາວ ໄດ້ໃຫ້ການສະໜັບສະໜູນງົບປະມານ ໃນການບູລະນະຮັກສາສວນສາທາລະນະ 3 ແຫ່ງດັ່ງກ່າວ ກວມເອົາເນື້ອທີ່ທັງໝົດ 9.165 ຕາແມັດ ເຊິ່ງຜ່ານມາ ໄດ້ຮັບການສ້ອມແປງບູລະນະທັງໝົດ 3 ຄັ້ງ, ຊຶ່ງກິດຈະກໍາຫຼັກໆ ໃນການບູລະນະ ສວນສາທາລະນະ ທັງສາມແຫ່ງປະກອບມີ ການສ້ອມແປງລະບົບໄຟຟ້າ, ການປັບປຸງອ່າງນໍ້າພຸ, ການທາສີ, ການເຮັດກະຕ່າຂີ້ເຫຍື້ອໃສ່ສວນ, ການປູກຕົ້ນໄມ້ປະດັບ, ການທໍາຄວາມສະອາດ, ການຕັດຫຍ້າ, ການຫົດນໍ້າຕົ້ນໄມ້ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

