ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ຍັງພົບກໍລະນີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທຸກໆ ວັນ ແລະ ຍັງໜ້າເປັນຫ່ວງ. ແຕ່ເຖິງແມ່ນວ່າໄຂ້ຍຸງລາຍເປັນໄຂ້ທີ່ຮ້າຍແຮງຖ້າທຽບກັບໄຂ້ອື່ນໆ ແຕ່ກໍສາມາດປ້ອງກັນໄດ້.
ໃນແຕ່ລະປີ ປະຊາຊົນລາວ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ຍັງມີໂຕເລກທີ່ຍັງໜ້າວິຕົກ, ຊຶ່ງນັບແຕ່ທ້າຍເດືອນທັນວາ 2019 ຮອດປັດຈຸບັນມີຜູ້ເສຍຊີວິດແລ້ວ 8 ຄົນ ແລະ ຍັງມີຜູ້ຕິດເຊື້ອຫຼາຍກວ່າ 3.700 ກໍລະນີ, ສະເພາະປີ 2019 ມີຜູ້ເສຍຊີວິດສູງເຖິງ 76 ຄົນ ໃນທົ່ວປະເທດ.
ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວິທີປ້ອງກັນຈາກໄຂ້ຍຸງລາຍໂດຍໃຫ້ປະຕິບັດດັ່ງນີ້: ການປ້ອງກັນໄຂ້ຍຸງລາຍທຸກຄົນຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ ບໍ່ມີໜອນນ້ຳ, ບໍ່ມີຍຸງລາຍ, ບໍ່ມີໄຂ້ຍຸງລາຍ. ພ້ອມນັ້ນ ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ເຊັ່ນ: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ,ປ່ອຍ ປາຫາງນົກຍຸງເພື່ອກິນໜອນນ້ຳ, ປັບປຸງ ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, ປະຕິບັດ: ໃຫ້ເປັນນິໄສ ປະຈຳທຸກໆອາທິດ.
ນອກນັ້ນຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດໄດ້ຕາມ 5 ປ ຢ່າງເຂັ້ມງວດ ກໍ່ຈະສາມາດຫຼຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວ.
ຂ່າວ: ວຽງຈັນທາຍ

