ອົງການ​ແພ​ຣນ ສາກົນ ມອບອຸປະກອນການແພດໃຫ້ໂຮງໝໍຊຸມຊົນຢູ່ ແຂວງສາລະວັນ

ອົງການ​ແພ​ຣນ ສາກົນ ມອບອຸປະກອນການແພດໃຫ້ໂຮງໝໍຊຸມຊົນຢູ່ ແຂວງສາລະວັນ

​ອົງການ​ແພ​ຣນ ສາກົນ ປະຈຳ​ແຂວງ​ສາລະ​ວັນ ສືບຕໍ່ຊ່ວຍອຸປະກອນການແພດ ​ປະກອບມີ: ຕຽງ​ສຳລັບກວດ​ທ້ອງ​ແມ່ຍິງ​ຖືພາ, ຕຽງ​ສຳລັບ​ຄອດ​ລູກ, ອຸປະກອນ​ຟື້ນ​ຟູ​ຊີບ​ເດັກ​ເກີດ​ໃໝ່, ບັ້ງ​ອົກ​ຊີ​ໃຫຍ່, ລໍ້​ຍູ້​ຄົນ​ເຈັບ, ອຸປະກອນ​ຮັບ​ໃຊ້​ແມ່​-​ເດັກ ແລະ ອຸປະກອນ​ອື່ນໆ ມອບໃຫ້ແກ່ ​ໂຮງໝໍນ້ອຍ 4 ແຫ່ງ ແລະ ໂຮງໝໍ​ຊຸມ​ຊົນ 1 ແຫ່ງ ຢູ່ ແຂວງສາລະວັນ.

ໂດຍລວມແລ້ວອຸປະກອນການແພດທີ່ມາມອບໃນຄັ້ງນີ້ລວມ​ມີ 46 ລາຍການ, ມູນຄ່າ 169 ລ້ານກີບ ຊຶ່ງຈະມອບໃຫ້ແກ່ໂຮງໝໍ​ນ້ອຍ​ຜັກ​ຂະ, ໂຮງໝໍ​ນ້ອຍ​ວຽງ​ຄຳ ເມືອງ​ສາລະ​ວັນ ແລະ ໂຮງໝໍ​ນ້ອຍ​ກົກ​ບົກ, ທົ່ງ​ກາ​ໄຮ່ ແລະ ໂຮງໝໍ​ຊຸມ​ຊົນ ເມືອງ​ຕະ​ໂອ້ຍ ແຂວງສາລະວັນ.

​ອຸປະກອນດັ່ງກ່າວຖືວ່າສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບບັນດາໂຮງໝໍນ້ອຍ ຢູ່ເຂດ​ຫ່າງ​ໄກ​ສອກຫຼີກ ທີ່ຍັງບໍ່​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ວຽກ​ງານ​​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ໂດຍສະເພາະ​ການ​ປີ່ນ​ປົວ, ຮັກສາ​ສຸຂະພາບຂອງ ແມ່ ແລະ ເດັກ.

ພິທີມອບຮັບອຸປະກອນການແພດດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ມອບ​ໂດຍ ທ່ານ ແສງ ທຳມະວົງ ຜູ້​ປະສານ​ງານ​ວິຊາການ ອົງການ​ແພ​ຣນ ປະຈຳ​ແຂວງ​ສາລະ​ວັນ ແລະ ຮັບ​ໂດຍ ທ່ານ ນາງ ພວງມາລາ ຈຳປາ​ຄຳ ຮອງ​ຫົວໜ້າ​ຫ້ອງການ​ສາທາລະນະ​ສຸກ​ເມືອງ​ສາລະ​ວັນ ແລະ ທ່ານ ໄຊ​ສົງຄາມ ກ້ອນ​ສະຫວັດດີ ຮອງ​ຫົວໜ້າ​ຫ້ອງການ​ສາທາລະນະ​ສຸກ​ເມືອງ​ຕະ​ໂອ້ຍ.

ຂ່າວ​-​ພາບ: ວິໄລ​ວອນ

Related Articles

Leave a Reply