ສສ ຫວຽດນາມ ກຽມຈັດງານມະຫະກຳກິລາຊີເກມຄັ້ງທີ 31 ລະຫວ່າງ ວັນທີ 21 ພະຈິກ ຫາ 2 ທັນວາ 2021 ແລະ ກໍານົດ ເອົາ 36 ປະເພດກີລາແຂ່ງຂັນໃນຄັ້ງນີ້, ຊຶ່ງສະຖານທີ່ແຂ່ງຂັນຫຼັກໃນນະຄອນຫຼວງຮ່າໂນ້ຍ ແລະ ອີກ 10 ຕົວເມືອງໃກ້ຄຽງ ໂດຍສະເພາະ ຜູ້ເຂົ້າຮ່ວມໃນງານຄັ້ງນີ້ ຈະບໍ່ມີບ້ານນັກກິລາ ແຕ່ຈະໃຊ້ບັນດາໂຮງແຮມໃນເຂດໃກ້ຄຽງເປັນບ່ອນພັກເຊົານັກກີລາ.
ຄະນະນໍາກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກໍາມະການໂອແລມປິກແຫ່ງຊາດ ລາວໄດ້ເຂົ້າຮ່ວມປະຊຸມທາງໄກ ກັບຄະນະມົນຕີ ຊີເກມຄັ້ງທີ 31 ຈາກປະເທດໃນອາຊຽນ ທີ່ ສສ ຫວຽດນາມ ເມື່ອອາທິດຜ່ານມານີ້, ເພື່ອປຶກສາຫາລືດ້ານວຽກງານເຕັກນິກຈັດການແຂ່ງຂັນ, ການບັນຈຸປະເພດກິລາ, ການຫ້າມໃຊ້ສານກະຕຸ້ນຂອງນັກກິລາ ແລະ ບັນຫາອື່ນໆ .
ສໍາລັບ 36 ປະເພດກິລາທີ່ຈະແຂ່ງຂັນໃນຄັ້ງນີ້ ປະກອບມີ: ກິລາແລ່ນ-ລານ, ລອຍນໍ້າ, ຍິງທະນູ, ດອກປິກໄກ່, ບານບ້ວງ, ບິນລຽດ-ສະນຸກເກີ, ມວຍສາກົນ, ເຮຶອຄາຍັກ, ໝາກເສິກ-ຊຽງຊິ (ໝາກເສິກ ແບບຈີນ), ລົດຖີບ, ເຕັ້ນລີລາດ, ຟັນ ດາບ, ເຕະບານ-ຟຸດຊໍ, ກັອບ, ຢິມນາດສະຕິກ, ບານສົ່ງໃນຮົ່ມ-ຫາດຊາຍ, ຢູໂດ, ຄາຣາເຕໂດ, ມວຍ, ປັນຈັກສີລັດ, ເປຕັງ, ໂຍນນໍ້າໜັກ, ກະຕໍ້, ຍິງປືນ, ປິ່ງປ່ອງ, ເທຄວັນໂດ, ເທັນນິດ, ຍົກນໍ້າໜັກ, ມວຍປໍ້າ, ວູຊູ, ເພາະກາຍ, ມວຍກູຣັດ, ຄິກບ໊ອກຊິງ ແລະ ໂວວິມານ.
ຂ່າວ: ວຽຈັນທາຍ

