ໃນແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ນີ້, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ພ້ອມກັນແກ້ໄຂບັນຫາເຄັ່ງຮ້ອນ ຕາມການຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມ ຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X (ທິດຊີ້ນໍາ 09 ຂໍ້) ແລະ ໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໂດຍສະເພາະ ໃຫ້ເອົາໃຈໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ການຮັກສາສະຖຽນລະພາບທາງດ້ານເງິນຕາ-ອັດຕາແລກປ່ຽນ; ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ; ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ, ອັດຕາເງິນເຟີ້ ບໍ່ໃຫ້ເພີ່ມສູງຂຶ້ນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ອື່ນໆ ລວມມີ 12 ໜ້າວຽກໃຫຍ່ ຄື: ສືບຕໍ່ສຸມໃສ່ການຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເຂດຫຼໍ່ແຫຼມຕາມຊາຍແດນ ໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ເອົາໃຈໃສ່ໃນການກວດກາ, ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂຢາເສບຕິດ ໃນຂອບເຂດທົ່ວປະເທດ ໃຫ້ເປັນລະບົບ; ສຸມໃສ່ແກ້ໄຂອາດຊະຍາກໍາທາງຄອມພິວເຕີ ໂດຍສະເພາະ ແມ່ນກຸ່ມແກ້ງສະແກມເມີ ທີ່ພວມລະບາດຢ່າງກວ້າງຂວາງ ທີ່ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ; ຄຽງຄູ່ກັບການແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ບັນຫາຫຍໍ້ທໍ້ອື່ນໆ ໃຫ້ມີຄວາມຄືບໜ້າ ແລະ ຫຼຸດລົງ. ໃຫ້ທຸກພາກສ່ວນກະກຽມຄວາມພ້ອມຮອບດ້ານຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; ຕ້ອງມີການວາງແຜນແຕ່ຫົວທີ, ມີລະບົບເຕືອນໄພທໍາມະຊາດ ຢ່າງທັນການ; ເອົາໃຈໃສ່ບໍລິຫານ-ຈັດການນໍ້າ ຂອງບັນດາເຂື່ອນໄຟຟ້າ ໃຫ້ດີ ແລະ ກະກຽມຄວາມພ້ອມ ໃນການເຄື່ອນຍ້າຍປະຊາຊົນ, ການຊ່ວຍເຫຼືອ, ບັນເທົາທຸກໃຫ້ແກ່ປະຊາຊົນ ຖ້າຫາກໄພພິບັດເກີດຂຶ້ນ; ເອົາໃຈໃສ່ສູ້ຊົນເກັບລາຍຮັບງົບປະມານ ໂດຍສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວ ໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ, ຍູ້ແຮງການຫັນເປັນທັນສະໄໝໃນການເກັບລາຍຮັບ, ຄົ້ນຄວ້າປັບປຸງລະບຽບການ, ມາດຕະການ ກ່ຽວກັບການກໍານົດຄ່າທໍານຽມ ແລະ ຄ່າບໍລິການ ຄຽງຄູ່ກັບການຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ໄປຕາມແຜນການ ແລະ ມີປະສິດທິຜົນ; ໃຫ້ສົ່ງເສີມການປະຢັດ ແລະ ຕ້ານການຟຸມເຟືອຍທົ່ວສັງຄົມ ໂດຍຄົ້ນຄວ້າ ວາງມາດຕະການໃໝ່ໃຫ້ສອດຄ່ອງ ແລະ ສາມາດປະຕິບັດໄດ້ ບໍ່ໃຫ້ວາງອອກແບບລວມໆ, ຄວນມີການວາງມາດຕະການ ໃຫ້ມີລັກສະນະເຈາະຈົງວ່າ ອັນໃດແມ່ນການປະຢັດ, ອັນໃດແມ່ນການຟູມເຟືອຍ, ການຟູມເຟືອຍແບບໃດ ຈະມີການລົງວິໄນ; ລັດຖະບານກໍຕ້ອງເປັນແບບຢ່າງນໍາໜ້າໃນການປະຢັດ ເຊັ່ນ: ເລີ່ມຈາກການປະຢັດການນໍາໃຊ້ໄຟຟ້າ, ນໍ້າປະປາ; ຫຼຸດຜ່ອນການໃຊ້ຈ່າຍບໍລິຫານທີ່ບໍ່ສົມເຫດສົມຜົນ, ລວມທັງ ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດທີ່ບໍ່ຈໍາເປັນ; ປູກຈິດສໍານຶກຊາດນິຍົມ, ສົ່ງເສີມການຊົມໃຊ້ ຜະລິດຕະພັນພາຍໃນປະເທດ; ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ເຂັ້ມແຂງ ແລະ ດໍາເນີນທຸລະກິດໃຫ້ມີປະສິດທິພາບ; ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ສູ້ຊົນສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໃຫ້ໄດ້ຕາມແຜນການ.
ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ບັນດາພື້ນຖານການຜະລິດທີ່ມີທ່າແຮງ ເປັນຕົ້ນ ສະບຽງອາຫານ, ແນວພັນພືດ, ຫົວອາຫານສັດ, ຝຸ່ນຊີວະພາບ ແລະ ປຸ໋ຍ; ຊຸກຍູ້, ສົ່ງເສີມການຜະລິດ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາ ເພື່ອເປັນສິນຄ້າສົ່ງອອກທີ່ມີມູນຄ່າເພີ່ມສູງຂຶ້ນ ທັງຮັບປະກັນດ້ານປະລິມານ, ຄຸນນະພາບ ແລະ ສາມາດແຂ່ງຂັນໄດ້; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ທີ່ຮັບໃຊ້ຊີວິດປະຈໍາວັນ ໃຫ້ມີຄວາມສອດຄ່ອງກັບສະພາບເສດຖະກິດຕົວຈິງ; ສົ່ງເສີມ ແລະ ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂັ້ມແຂງ ດ້ວຍການສືບຕໍ່ປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ກະຈາຍແຫຼ່ງທຶນ ແລະ ບັນດາກອງທຶນຕ່າງໆ ໃຫ້ມີປະສິດທິຜົນ; ສືບຕໍ່ດັດສົມບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ ແລະ ດັດສົມບໍລິສັດນໍາເຂົ້າລົດ ທີ່ມີຈໍານວນຫຼາຍ ໃຫ້ຫຼຸດລົງເພື່ອຄຸ້ມຄອງງ່າຍ; ສົ່ງເສີມການນໍາໃຊ້ລົດໄຟຟ້າ, ການນໍາໃຊ້ພະລັງງານສະອາດ ໂດຍສະເພາະການສົ່ງເສີມຄົວເຮືອນຕິດຕັ້ງພະລັງງານແສງຕາເວັນເທິງຫຼັງຄາເຮືອນ ໃຫ້ແຂງແຮງ ແລະ ເປັນຮູບປະທໍາກວ່າເກົ່າ; ພ້ອມທັງ ຮີບຮ້ອນຄົ້ນຄວ້າຮູບແບບການລົງທຶນ ໂຄງການພື້ນຖານໂຄງລ່າງທໍ່ສົ່ງນໍ້າມັນຫວຽດນາມ-ລາວ ໃຫ້ສໍາເລັດຕາມແຜນການ ທີ່ວາງໄວ້; ພ້ອມດຽວກັນນີ້, ກໍໃຫ້ສືບຕໍ່ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ລັກລອບຂຸດຄົ້ນຄໍາຕົກຂ້ອນ ແລະ ການຂຸດຄົ້ນໄມ້ ທີ່ບໍ່ຖືກຕ້ອງຢ່າງເດັດຂາດ, ເຂັ້ມງວດ; ຊຸກຍູ້ແຮງການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກໍາ ທີ່ມີທ່າແຮງ, ສືບຕໍ່ຂຶ້ນທະບຽນອອກໃບຕາດິນ ໃຫ້ສໍາເລັດຕາມແຜນການ, ພ້ອມທັງ ອອກແຈ້ງການ ກ່ຽວກັບການຂຶ້ນທະບຽນອອກໃບຕາດິນ, ການຫັນປ່ຽນກໍາມະສິດທີ່ດິນ ຕ້ອງຊໍາລະຄ່າທໍານຽມ, ຄ່າຊື້ຂາຍສິດນໍາໃຊ້ທີ່ດິນ ແລະ ທຸລະກໍາຕ່າງໆກ່ຽວກັບທີ່ດິນ ແມ່ນໃຫ້ຊໍາລະຜ່ານລະບົບທະນາຄານ;
ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງຄົມມະນາຄົມທາງບົກ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງທ້ອງຖິ່ນ, ລວມທັງການປັບປຸງບັນດາໂຄງລ່າງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນແຕ່ລະໄລຍະ; ສືບຕໍ່ຊຸກຍູ້ນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນຍ, ວຽງຈັນ-ບໍ່ເຕັນ; ທາງລົດໄຟ ທ່າແຂກ ຫາ ຫວຸງອາງ ແລະ ທາງດ່ວນອື່ນໆ. ພ້ອມນັ້ນ ກໍເອົາໃຈໃສ່ ຕິດຕາມ, ຊຸກຍູ້ ໂຄງການຮູບແບບສັນຍາປະສົມປະສານ (OPBRC ແລະ PRTC) ແລະ ອອກແຈ້ງການ ກ່ຽວກັບການຊໍາລະສະສາງໃນການຊື້-ຂາຍ ພາຫະນະ ຜ່ານລະບົບທະນາຄານ; ຮີບຮ້ອນຈັດຕັ້ງປະຕິບັດ ການນໍາໃຊ້ທະບຽນລົດ ສໍາລັບລົດໄຟຟ້າ;
ຍູ້ແຮງການພັດທະນາພື້ນຖານເສດຖະກິດດິຈິຕອນ ໃຫ້ແຂງແຮງ, ສາມາດເປັນຂະແໜງທ່າແຮງສະໜັບສະໜູນແກ່ການເຕີບໃຫຍ່ຂອງຂະແໜງເສດຖະກິດປາຍແຫຼມ;
ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງຂະແໜງວັດທະນະທໍາ-ສັງຄົມທີ່ຍັງມີຄວາມຄືບໜ້າໜ້ອຍ ເປັນຕົ້ນ ການສົ່ງເສີມການເຂົ້າຮຽນ ແລະ ປັບປຸງຄຸນນະພາບການຮຽນ-ການສອນໃນທຸກຊັ້ນທຸກສາຍ, ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນໍາໃຊ້ລະບົບຫຼັກສູດສາມັນສຶກສາ (6+3+3); ສົ່ງເສີມການເຂົ້າຮຽນອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ; ສືບຕໍ່ນໍາໃຊ້ກໍາລັງແຮງທົ່ວສັງຄົມເຂົ້າໃນການພັດທະນາກໍາລັງແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ທັນສະໄໝ ເພື່ອສະໜອງຂໍ້ມູນໃຫ້ແກ່ການດັດສົມ, ການສະໜອງກໍາລັງແຮງງານ ໃຫ້ເຂົ້າເຖິງຕໍາແໜ່ງງານ ແລະ ຜູ້ໃຊ້ແຮງງານ; ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານສາທາລະນະສຸກ ທັງສູນກາງ ແລະ ທ້ອງຖິ່ນ, ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ, ວຽກງານກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ, ວຽກງານສັກວັກຊີນກັນພະຍາດ ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ແລະ ການສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆ ຕາມລະດູການ; ຄຸ້ມຄອງສະຖານທີ່ບໍລິການປິ່ນປົວທັງພາກລັດ ແລະ ພາກທຸລະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນການບໍລິການປິ່ນປົວ ແລະ ເສີມຄວາມງາມ;
ສຸມໃສ່ປັບປຸງວຽກງານວັດທະນະທໍາ ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ ດ້ວຍການພັດທະນາໂຄງລ່າງພື້ນຖານດ້ານວັດທະນະທໍາ ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງວຽກງານ ໃນປັດຈຸບັນ; ສືບຕໍ່ສຸມໃສ່ປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ, ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວອື່ນໆ;
ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ໃຫ້ສໍາເລັດຕາມແຜນສະພາຮັບຮອງ, ສ້າງນິຕິກໍາລຸ່ມກົດໝາຍ ໂດຍສະເພາະນິຕິກໍາແນະນໍາ ການປະຕິບັດກົດໝາຍໃຫ້ທັນສະພາບ. ສຸມໃສ່ປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ຫຼາຍ ແລະ ໄວຂຶ້ນ;
ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງໃຫ້ດີ, ເປັນເຈົ້າການຈັດຕັ້ງປະຕິບັດຜົນກອງປະຊຸມ, ການຢ້ຽມຢາມຕ່າງປະເທດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນ ໂດຍສະເພາະບັນດາໂຄງການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ທີ່ໄດ້ຕົກລົງ ແລະ ລົງນາມຮ່ວມກັນ.
ການແກ້ໄຂບັນຫາດັ່ງກ່າວໄດ້ປຶກສາ ຫາລື ແລະ ໄດ້ຕົກລົງກັນທີ່ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2026 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

