ເປີດວົງຈອນທ່ອງທ່ຽວ ເສັ້ນທາງບູຮານວັດພູ-ອັງກໍວັດ

ເປີດວົງຈອນທ່ອງທ່ຽວ ເສັ້ນທາງບູຮານວັດພູ-ອັງກໍວັດ

ພິທີເປີດວົງຈອນທ່ອງທ່ຽວ ເສັ້ນທາງບູຮານວັດພູ-ອັງກໍວັດ ລະຫວ່າງ ໄລຍະທາງແຕ່ບ້ານດອນຫວາຍ ຫາ ບ້ານທາດສາມປາງ (ເສັ້ນທາງທ່ອງທ່ຽວໄລຍະທົດລອງ) ໄດ້ຈັດຂຶ້ນໃນວັນທີ 25 ມີຖຸນາ 2026 ຜ່ານມານີ້ ຢູ່ທີ່ເສັ້ນທາງບູຮານບ້ານດອນຫວາຍ ເມືອງສຸຂຸມາ ແຂວງຈຳປາສັກ.

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ວຽງພອນ ສຸກຂະວົງ ຫົວໜ້າກົມມໍລະດົກ ແລະ ວິຈິດສິນ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ໄດ້ກ່າວວ່າ: ການເປີດວົງຈອນທ່ອງທ່ຽວເສັ້ນທາງບູຮານວັດພູ-ອັງກໍວັດ ໃນໄລຍະທົດລອງນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງ ໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດອັນລ້ຳຄ່າ. ເສັ້ນທາງບູຮານແຫ່ງນີ້ ບໍ່ພຽງແຕ່ເປັນພະຍານຫຼັກຖານທາງປະຫວັດສາດ ທີ່ສະແດງເຖິງຄວາມຮຸ່ງເຮືອງສີວິໄລໃນອະດີດເທົ່ານັ້ນ, ແຕ່ຍັງເປັນສາຍໄຍເຊື່ອມໂຍງຮີດຄອງປະເພນີ ແລະ ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ ທີ່ຖືກນຳໃຊ້ສືບທອດກັນມາແຕ່ດັ້ງເດີມ.

ຖ້າຫາກເສັ້ນທາງນີ້ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວເປັນວົງກວ້າງ ກໍຈະເປັນທ່າແຮງອັນສຳຄັນ ໃນການສ້າງລາຍຮັບໃຫ້ແກ່ປະເທດຊາດ, ແຂວງ, ເມືອງ ກໍຄືປະຊາຊົນໃນທ້ອງຖິ່ນ, ທັງເປັນທາງເລືອກໃໝ່ ທີ່ໂດດເດັ່ນສຳລັບຜູ້ທີ່ມັກການທ່ອງທ່ຽວແບບທຳມະຊາດ ແລະ ວັດທະນະທຳ.

ເສັ້ນທາງບູຮານລະຫວ່າງ ບ້ານດອນຫວາຍ ຫາ ບ້ານທາດສາມປາງ ມີໄລຍະທາງ 3.7 ກິໂລແມັດ, ເຊິ່ງເປັນສ່ວນໜຶ່ງຂອງແລວທາງເສັ້ນທາງບູຮານ ວັດພູ-ອັງກໍ ທີ່ມີໄລຍະທາງລວມປະມານ 240 ກິໂລແມັດ (ໃນນີ້ ມີປະມານ 95 ກິໂລແມັດ ນອນຢູ່ໃນເຂດຊາຍແດນລາວ ປັດຈຸບັນ),  ການເປີດນຳໃຊ້ເສັ້ນທາງໄລຍະ 3.7 ກິໂລແມັດນີ້ ຖືເປັນການທົດລອງ ແລະ ປັບປຸງຜະລິດຕະພັນວົງຈອນທ່ອງທ່ຽວມໍລະດົກ ແບບປະຊາຊົນມີສ່ວນຮ່ວມ ທີ່ຕິດພັນກັບແລວເສັ້ນທາງບູຮານ.

ຂ່າວຈາກ: ແຂວງຈຳປາສັກ.

Related Articles

Leave a Reply