ວຽກງານການພິມມີການພັດທະນາຢ່າງຕໍ່ເນື່ອງພາຍໃຕ້ການນໍາພາຂອງພັກ

ວຽກງານການພິມມີການພັດທະນາຢ່າງຕໍ່ເນື່ອງພາຍໃຕ້ການນໍາພາຂອງພັກ

ຊົມເຊີຍ 70 ປີແຫ່ງການຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ການຈັດພິມຈໍາໜ່າຍ 13 ສິງຫາ 1950 ຫາ 13 ສິງຫາ 2020.

ພາຍໃຕ້ລະບອບໃໝ່ໂດຍພາຍໃຕ້ການຊີ້ນຳ ແລະ ນຳພາຂອງພັກປະຊາຊົນປະຕິວັດລາວ, ວຽກງານການ​ພິມກໍ່ໄດ້ຮັບການພັດທະນາ​ ແລະ ​ເຕີບ​ໃຫຍ່ຂະຫຍາຍຕົວ​ເຊັ່ນ​ດຽວ​ກັນກັບວຽກງານອື່ນໆ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ໂຮງພິມ, ຮ້ານ​ພິມ ​ແລະ ຮ້ານ​ອອກ​ແບບ​ພິມ​ທັງ​ໝົດ 112 ​ແຫ່ງ. ​ໃນ​ນັ້ນ, ​ມີ​ໂຮງພິມ​ຂອງ​ລັດ 07 ແຫ່ງ ​ແລະ ​ເອກະ​ຊົນ 105 ​ແຫ່ງ; ສຳນັກ​ພິມທັງ​ໝົດ 16 ​ແຫ່ງ, ​ໃນນັ້ນ​ຂອງ​ລັດ 2 ​ແຫ່ງ, ​ເອກະ​ຊົນ 14 ​ແຫ່ງ; ບໍລິສັດ​ແປ​ພາສາ 7 ​ແຫ່ງ, ​ໃນ​ນັ້ນ​ເອກະ​ຊົນ 7 ​ແຫ່ງ; ບໍລິສັດ​ອອກ​ແບບ​ໂຄສະນາ 8 ​ແຫ່ງ, ​ໃນ​ນັ້ນ​ຂອງ​ເອກະ​ຊົນ 8 ​ແຫ່ງ, ຮ້ານ​ຈຳໜ່າຍ​ປຶ້ມ ແລະ ສິ່ງ​ພິມອື່ນໆ 15 ​ແຫ່ງ, ​ໃນ​ນັ້ນ​ຂອງ​ລັດ 1 ​ແຫ່ງ.

ຈຳນວນ​ປຶ້ມ​ທີ່​ຈັດ​ພິມ​ໃນ​ແຕ່​ລະ​ປີ​ແມ່ນມີຫຼາຍ​ຮ້ອຍ ​ຊະ​ນິດ​ປື້ມ​ ແລະ​ ລວມ​ມີຫຼາຍ​ລ້ານຫົວ, ສະ​ເລ່ຍພິມປີ​ໜຶ່ງ​ບໍ່ຫຼຸດ 5 ລ້ານ​ຫົວ(ບໍ່​ນັບ​ພິມ​ຜະລິດ​ຕະພັນ​ສິ່ງ​ພິມ​ອື່ນ).​ ວາລະສານ​ວັນນະ​ສິນພິມ​ອອກ​ສະ​ເລັ່ຍປີ​ໜຶ່ງ 5.000 ສະບັບ, ວຽກ​ງານ​ສົ່ງ​ເສີມ​ການ​ອ່ານ​ກໍ່​ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ​ແລະ ​ໄດ້ຮັບການ​ພັດທະນາ​ ຊຶ່ງ​ສະ​ແດງ​ອອກ: ມີ​ຫໍສະໝຸດ​ແຫ່ງ​ຊາດ 1 ​ແຫ່ງ, ຫໍສະໝຸດ​ທ້ອງ​ຖິ່ນ ມີ​ທັງ​ໝົດ 10 ​ແຫ່ງ​ໃນ​ທົ່ວ​ປະ​ເທດ, ຫໍສະໝຸດ​ສະ​ເພາະ (ກະຊວງ/ອົງການ) 20 ​ແຫ່ງ, ຫໍສະໝຸດ​ວິທະຍາ​ໄລ ​ແລະ ມະຫາວິທະຍາ​ໄລ 50 ​ແຫ່ງ, ຫໍສະໝຸດ​ໂຮງຮຽນ 647 ​ແຫ່ງ, ຫ້ອງ​ອ່ານ 883 ​ແຫ່ງ, ຕູ້​ສະໝຸດ 8.400 ຕູ້, ຖົງ​ສະໝຸດ 8.585 ຖົງ, ລົດ​ສະໝຸດ​ເຄື່ອນ​ທີ່ 5 ຄັນ ​ແລະ ​ເຮືອ​ສະໝຸດ​ເຄື່ອນ​ທີ່ 2 ລຳ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply