ທີມງານແຜນພັດທະນາເຂດເນີນສູງພາກເໜືອ ໄລຍະ 3 ກະກຽມຂຽນບົດສະເໜີໂຄງການຄຸ້ມຄອງອ່າງຮັບນ້ຳຂະໜາດນ້ອຍຕິດ ພັນກັບການຈັດສັນອາຊີບໝັ້ນຄົງ ທີ່ຈະໄດ້ຮັບງົບປະມານຊ່ວຍ ເຫຼືອຈາກລັດຖະບານຝຣັ່ງໂດຍ ຜ່ານອົງການຝຣັ່ງເສດເພື່ອການ ພັດທະນາ (AFD) ແລະ ຄາດຄະເນ ວ່າໂຄງການດັ່ງກ່າວຈະຈັດຕັ້ງ ປະຕິບັດຢູ່ 4 ແຂວງຄື: ແຂວງ ຊຽງຂວາງ, ແຂວງຫົວພັນ, ແຂວງ ຫຼວງພະບາງ ແລະ ແຂວງ ຜົ້ງສາລີ.
ແຂວງຊຽງຂວາງມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານກະສິກຳ, ການເຮັດວຽກຮ່ວມກັບປະຊາຊົນ ຮ່ວມກັບຜູ້ໃຫ້ທຶນ ໂດຍຈັດຕັ້ງເປັນກຸ່ມການຜະລິດ ເພື່ອສ້າງເປັນຕົວແບບ ແລະ ຍືນຍົງ.
ຫົວໜ້າຜູ້ປະສານງານແຜນພັດທະນາເຂດເນີນສູງພາກເໜືອ ໄລຍະ 3 , ທ່ານ ຄຳສອນ ສີສະຍຸດ ພ້ອມດ້ວຍທີມງານຊ່ຽວຊານ ໄດ້ເຂົ້າພົບ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງ ເພື່ອສະເໜີໂຄງການຄຸ້ມຄອງອ່າງຮັບນ້ຳຂະໜາດນ້ອຍຕິດ ພັນກັບການຈັດສັນອາຊີບໝັ້ນ ຢູ່ແຂວງຊຽງຂວາງ.
ຂ່າວ–ຂ່າວ-ພາບ: ບຸນມີ

