ສະຫະພັນດອກປີກໄກ່ແຫ່ງຊາດລາວ ກຽມເປິດການແຂ່ງຂັນດອກປີກໄກ່ທົ່ວປະເທດ ຊິງຂັນທ່ານປະທານສະພາແຫ່ງຊາດ ຄັ້ງທີ 20 ປະຈຳປີ 2020 ຫຼື ລາຍການ ເບຍລາວ ໂອເພັນ 2020, ລະຫວ່າງວັນທີ 20-23 ສິງຫາ ນີ້ ທີ່ສະໂມສອນດອກປີກໄກ່ ບຶງຂະຫຍອງ ນະຄອນຫຼວງວຽງຈັນ.
ຈຸດປະສົງການແຂ່ງຂັນໃນຄັ້ງນີ້ ເນັ້ນໃສ່ສົ່ງເສີມນັກກິລາດອກປີກໄກ່ ຮຸ່ນສືບທອດກ້າວສູ່ທີມຊາດ, ໂດຍ ບໍລິສັດ ເບຍລາວ ຈຳກັດ ໃຫ້ການສະໜັບສະໜູນທັງໝົດ ເປັນວັດຖຸອຸປະກອນ ແລະ ເງິນສົດຮັບໃຊ້ການເເຂ່ງຂັນ ຈຳນວນ 162 ລ້ານກີບ.
ສໍາລັບລາຍການແຂ່ງຂັນ ປະກອບມີ ປະເພດດ່ຽວເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 14 ປິ (ຍິງ-ຊາຍ), ປະເພດດ່ຽວເຍົາວະຊົນ ຊາຍ-ຍິງ ຮຸ່ນ 17 ປິ ແລະ ປະເພດຄູ່ສະໝັກຫຼີ້ນ ອາຍຸ 17-45 ປີ.
ພິທີຖະແຫຼງຂ່າວຈັດການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນວັນທີ 14 ສິງຫາ 2020 ທີ່ ຫ້ອງການໂອລິມປິກແຫ່ງຊາດລາວ, ໂດຍການເປັນປະທານຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ປອ. ບຸນເຫຼືອ ສິນໄຊວໍລະວົງ, ປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດ ແລະ ທ່ານ ສູນທອນ ພົມມະຈັກ, ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

