ບຸນຫໍ່ເຂົ້າປະດັບດິນກົງກັບມື້ແຮມ 14 ຄໍ່າເດືອນ 9 ລາວ ຂອງທຸກໆປີ

ບຸນຫໍ່ເຂົ້າປະດັບດິນກົງກັບມື້ແຮມ 14 ຄໍ່າເດືອນ 9 ລາວ ຂອງທຸກໆປີ

ມື້ນີ້ວັນຈັນວັນທີ 17 ສິງຫາ, ບັນດາຊາວພຸດໄດ້ກະກຽມເຄື່ອງຕ່າງໆ ບໍ່ວ່າຈະເປັນເຂົ້າ, ອາຫານ, ໝາກໄມ້, ຂອງຫວານຂອງຄາວຕ່າງໆ ເພື່ອກຽມໃສ່ຫໍ່ເຂົ້າທີ່ຈະໄປແຈກຍາຍຢູ່ຕາມວັດ, ຕາມເຮືອນ, ຕາມຮົ້ວສວນ ແລະ ໄຮ່ນາ ໃນຕອນເຊົ້າຂອງມື້ອື່ນວັນທີ່ 18 ສິງຫາ 2020 ເວລາປະມານ 4 ໂມງເຊົ້າ ເນື່ອງໃນບຸນຫໍ່ເຂົ້າປະດັບດິນ ແລະ ຕອນເຊົ້າວລາ 7 ໂມງຈະມີການເຕົ້າໂຮມກັນຢູ່ວັດຕ່າງໆ ເພື່ອຮ່ວມກັນໃສ່ບາດ.
ບຸນຫໍ່ເຂົ້າປະດັບດິນທຸກໆປີແມ່ນກົງກັບມື້ແຮມ 14 ຄໍ່າເດືອນ 9 ລາວ, ສຳລັບປີ 2020 ນີ້ ແມ່ນກົງກັບວັນອັງຄານວັນທີ 18 ສິງຫາ 2020.  ບຸນຫໍ່ເຂົ້າປະດັບດິນເປັນບຸນປະເພນີຂອງຊາວພຸດ ເພື່ອອຸທິດແຜ່ຜົນບຸນໃຫ້ແກ່ສັບພະສັດທັງຫຼາຍທີ່ມີຍາດ ແລະ ບໍ່ມີຍາດ, ເປັນການບູຊາເທບພະເຈົ້າຂອງແຜ່ນດິນ, ອຸທິດຫາບັນພະບູລຸດຕາມຮດ 12 ຂອງປະເພນີລາວ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply