ປີ 2019 ແຂວງສະຫວັນນະເຂດ ໄດ້ເກີດໄພທໍາມະຊາດທີ່ໜັກໜ່ວງຮຸນແຮງ ໃນຮອບ 50 ປີ ຊຶ່ງມີທັງນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໂດຍມີເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ ແລະ ເນື້ອທີ່ການຜະລິດໄດ້ຮັບຜົນກະທົບ.
ທ່ານ ບຸນລົບ ໂຄດຫຼັກຄຳ ກຳມະການພັກແຂວງ ຫົວໜ້າ ພະແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງໄດ້ກ່າວທີ່ກອງປະຊຸມ ສະຫຼຸບສະພາບລວມຂອງ ວຽກງານໄພພິບັດໃນສົກປີ 2019 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການ ເຂົ້າ ຮ່ວມຂອງ ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ວ່າ: 11 ເມືອງ ພາຍໃນແຂວງ ລວມມີ 178 ບ້ານ ແມ່ນໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໃນປີ 2019 ຊຶ່ງມີເສັ້ນທາງຖືກຜົນກະທົບ 57 ເສັ້ນ, ຂົວ 48 ແຫ່ງ, ໂຮງຮຽນ 265 ແຫ່ງ, ສຸກສາລາ 12 ແຫ່ງ ແລະ ເນື້ອທີ່ການຜະລິດຫຼາຍກວ່າ 50.000 ເຮັກຕາ ຖືກນໍ້າຖ້ວມ ແລະ ພຶດເສຍຫາຍຈາກໄພແຫ້ງແລ້ງ.
ຂ່າວ: ສພຂ
ພາບປະກອບ

