ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແບງ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍ ສິນຄ້າໝົດອາຍຸປະເພດເຄື່ອງດື່ມ, ເບຍຈີນ, ຢາຕ້ອງຫ້າມ, ເຂົ້າໜົມ, ສິນຄ້າປອມແປງ ທີ່ນໍາເຂົ້າໂດຍບໍ່ຖືກຕ້ອງຕາມລະບຽບກົດ ໝາຍ ມື້ເຊົ້ານີ້ ທີ່ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແບງ.
ທ່ານ ຄໍາແດງ ສີອໍາໄພ ຮັກສາການຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແບງໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ດໍາລັດວ່າດ້ວຍການກວດກາການຄ້າ, ເຈົ້າໜ້າທີ່ກວດກາທາງການຄ້າ ກໍ່ໄດ້ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດສິດ ແລະ ໜ້າທີ່ໃນການຕິດຕາມກວດກາ ແລະ ສະກັດກັ້ນບັນດາຫົວໜ່ວຍທຸລະກິດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ເພື່ອເຮັດໃຫ້ສັງຄົມມີຄວາມສະຫົງບ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການບໍລິໂພກ ແລະ ອຸປະໂພກ ສິນຄ້າມີຄຸນນະພາບ, ສິນຄ້າໄດ້ມາດຕະຖານ ແລະ ປອດໄພຕໍ່ສຸຂະພາບ.
ທ່ານ ຄໍາແດງ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຖືສໍາຄັນໃນການປະຕິບັດລະບຽບກົດໝາຍ ແລະ ກວດກາສິນຄ້າກ່ອນຈະນໍາມາວາງຂາຍ, ສ່ວນຜູ້ບໍລິໂພກ ກ່ອນຈະຊື່ເຄື່ອງບໍລິໂພກອາຫານແຫ້ງ ຕ້ອງກວດກາເບີ່ງວັນທີ, ເດືອນ, ປີຜະລິດໃຫ້ລະອຽດ ເພື່ອໃຫ້ໄດ້ສິນຄ້າດີທີ່ມີຄຸນນະພາບ ແລະ ປອດໄພຕໍ່ສຸຂະພາບ
ຂ່າວ: ກິ່ງມະນີ
ພາບ: ພູທອນ

