ໂຄງການເກັບກູ້ລະເບີດແຫ່ງຊາດ ທຳລາຍລະເບີດບໍ່ທັນແຕກຫຼາຍກ່ວາ 13 ພັນໜວ່ຍ

ໂຄງການເກັບກູ້ລະເບີດແຫ່ງຊາດ ທຳລາຍລະເບີດບໍ່ທັນແຕກຫຼາຍກ່ວາ 13 ພັນໜວ່ຍ

ໃນໄລຍະ 6 ເດືອນຕົ້ນປີ, ໂຄງການເກັບກູ້ລະເບີດແຫ່ງຊາດ ສາມາດປົດປ່ອຍເນື້ອທີ່ດິນ ທີ່ປອດໄພໄດ້ທັງໝົດ 966 ເຮັກຕາ, ໃນນີ້ເນື້ອທີ່ດິນກະສິກຳ 965 ເຮັກຕາ, ສາມາດທຳລາຍລະເບີດໄດ້ທັງໝົດ 13. 454 ໜວ່ຍ, ລູກຫວ່ານ 12.236 ໜວ່ຍ ແລະ ໂຄສະນາສຶກສາຄວາມສຽ່ງອັນຕະລາຍຈາກລະເບີດບໍ່ທັນແຕກ ໄດ້ 109 ບ້ານ.

ຫ້ອງການຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ສົມທົບກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ ແລະ ສະຖານທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ປີ 2020, ໃນວັນທີ 18 ສິງຫາ ທີ່ສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ຫຼັກ 5), ໂດຍເປັນປະທານຂອງທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮວ່ມ.

ກອງປະຊຸມດັ່ງກ່າວ ແມ່ນໄດ້ເນັ້ນໃສ່ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານແກ້ໄຂລະເບີດບໍ່ທັນແຕກ 6 ເດືອນຕົ້ນປີ ຂອງຂະແໜງການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ແລະ ແຜນການ 6 ເດືອນທ້າຍປີ 2020 ແລະ ໄດ້ຮັບຟັງການລາຍງານການກະກຽມແຜນຍຸດທະສາດແຫ່ງຊາດ ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ສະບັບທີ 3 ສໍາລັບປີ 2021-2030 ແລະ ໄດ້ລົງເລິກຄົ້ນຄ້ວາປຶກສາຫາລື ເພື່ອຊອກຫາວິທີທາງເຮັດໃຫ້ວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກ ໄດ້ບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍວຽກງານເກັບກູ້ ລະເບີດບໍ່ທັນແຕກ ເປັນຕົ້ນແມ່ນ ການຊ່ວຍເຫຼືອຜູ້ລອດຊີວິດຈາກ ລະເບີດບໍ່ທັນແຕກ ແມ່ນບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ ແລະ ການກວດກູ້ ລະເບີດບໍ່ທັນແຕກ ກໍ່ບໍ່ສາມາດບັນລຸໄດ້ເຊັ່ນດຽວກັນ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply