ພົບນໍ້າມັນເຈືອປົນນໍ້າຢູ່ປໍ້າແຫ່ງໜຶ່ງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແລະ ຢູ່ແຂວງໄຊຍະບູລີ

ພົບນໍ້າມັນເຈືອປົນນໍ້າຢູ່ປໍ້າແຫ່ງໜຶ່ງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແລະ ຢູ່ແຂວງໄຊຍະບູລີ

ສັງຄົມ ຫຼື ຜູ້ຊົມໃຊ້ຍານພາຫະນະ ຢາກໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະແນກ, ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ໃນແຕ່ລະແຂວງ, ເມືອງ ໃນຂອບເຂດທົ່ວປະເທດ ລົງຕິດຕາມກວດກາບັນດາປໍ້ານໍ້າມັນຂາຍຍ່ອຍໃນຂອບ ເຂດທົ່ວປະເທດ, ຫຼັງຈາກທີ່ມີຜູ້ໄປຊື້ນໍ້າມັນແອັດຊັງຢູ່ປໍ້າແຫ່ງໜຶ່ງຢູ່ບ້ານ ໜອງໄຮ ເມືອງຫາດຊາຍອງ ນະຄອນຫລວງວຽງຈັນ ເພື່ອມາແບ່ງຂາຍເປັນລິດຢູ່ຮ້ານແປງລົດຂອງລາວແຕ່ ເມື່ອເວລາມາດູດໃສ່ແກ້ວລິດເພື່ອຈະຂາຍພົບມີນໍ້າປົນ ມານໍາເປັນຈໍານວນຫຼາຍ ແລະ ອີກເຫດການໜຶ່ງ ແມ່ນເກີດຂຶ້ນໃນວັນທີ 21 ສິງຫາທີ່ຜ່ານມາ, ຜູ້ໃຊ້ລົດຈັກທ່ານໜຶ່ງໄດ້ເອົາລົດຂອງລາວໄປໃສ່ນໍ້າມັນ ແອັດຊັງຢູ່ປໍ້າແຫ່ງໜຶ່ງຢູ່ ແຂວງໄຊຍະບູລີ ເມື່ອໃສ່ແລ້ວຂີ່ໄປລົດໄດ້ມດ ເມື່ອກວດເບີ່ງ ແລະ ດູດນໍ້າມັນອອກມາຈາກຖັງລົດພົບມີນໍ້າເຈືອປົນຈໍານວນຫຼາຍ. ເຈົ້າຂອງຮ້ານແປງລົດແຫ່ງໜຶ່ງຜູ້ທີ່ປະສົບເຫດການທີ່ມີນໍ້າເຈືອປົນມາກັບນໍ້າມັນ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ຕາມປົກກະຕິແລ້ວ 1 ອາທິດ ລາວຈະໄປຊື້ນໍ້າມັນເປັນປະຈໍາ ປະມານ 20 ລິດຢູ່ປໍ້ານໍ້າມັນແຫ່ງໜຶ່ງເຂດບ້ານໜອງໄຮ ເມືອງຫາດຊາຍອງ ນະຄອນຫລວງວຽງຈັນເພື່ອມາຂາຍຍ່ອຍຢູ່ຮ້ານຂອງ ລາວ, ໃນມື້ວັນທີ 2 ສິງຫາ ທີ່ຜ່ານມາ, ລາວກໍ່ໄປຊື້ນໍ້າມັນຢູ່ປໍ້າດັ່ງກ່າວຕາມປົກກະຕິຈໍານວນ 20 ລິດ, ແຕ່ມາຮອດຮ້ານເພື່ອດູດຂາຍພົບວ່າມີນໍ້າ ເຈືອປົນມານໍາເປັນຈໍານວນຫຼາຍ ຫຼື ປະມານ 8 ລິດຈາກນໍ້າມັນແອັດຊັງ 20 ລິດ ເມື່ອກັບໄປຖາມທີ່ປໍ້ານໍ້າມັນແຫ່ງດັ່ງກ່າວກໍ່ຖືກປະຕິເສດ ແລະ ບໍ່ຮັບຜິດຊອບໃດໆເລີຍ.

ຜ່ານມາກໍ່ໄດ້ໄປຊື້ນໍ້າມັນແອັດຊັງຈາກປໍ້າດັ່ງກ່າວເປັນປະຈໍາແຕ່ບໍ່ເຄີຍພົບນໍ້າເຈືອປົນມາກັບນໍ້າມັນຈັກເທື່ອ. ດັ່ງນັ້ນລາວຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດກາດ່ວນ ເພື່ອບໍ່ໃຫ້ເກີດມີກໍລະນີຄືແນວນີ້ອີກ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply