ພະຍາດວໍ້ເປັນພະຍາດຕິດຕໍ່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ: ໝາ, ແມວ, ງົວ, ຄວາຍ, ໜູ, ກະຕ່າຍ, ເຈຍ, ລິງ, ກະຮອກ, ກະແຕ, ເສືອ, ໝີ ແລະ ຕິດຕໍ່ຈາກສັດສູ່ຄົນໄດ້. ຄວາມຮຸນແຮງຂອງພະຍາດວໍ້ຄື: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ ຖ້າຕິດເຊື້ອພະຍາດນີ້ແລ້ວແມ່ນຈະພາໃຫ້ເສຍຊີວິດ, ປັດຈຸບັນພະຍາດນີ້ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ໂດຍການສັກວັກຊີນກ່ອນ ຫຼື ຫຼັງສຳຜັດເຊື້ອພະຍາດນີ້. ສະເພາະປີ 2020 ມີຄົນເຈັບຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ.
ສູນວິໄຈພະຍາດສັດ ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ພະຍາດນີ້ເປັນພະຍາດທີ່ຮ້າຍແຮງ ຊຶ່ງ ສະແດງອອກໃນແຕ່ລະປີໃນທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນບັນດາປະເທດກຳລັງພັດທະນາ ແລະ 95% ແມ່ນເກີດຈາກໝາກັດ, ສຳລັບການແຜ່ລະບາດຂອງພະຍາດວໍ້ໃນ ສປປ ລາວນັບແຕ່ປີ 2015 ຫາ ເດືອນ ກໍລະກົດ 2020 ທົ່ວປະເທດກວດພົບເຊື້ອພະຍາດວໍ້ໃນສັດທັງໝົດ 211 ຕົວຢ່າງ ພົບການລະບາດພະຍາດວໍ້ໃນ 13 ແຂວງ ແລະ ຍັງ 5 ແຂວງບໍ່ໄດ້ຮັບຕົວຢ່າງ ແລະ ບໍ່ໄດ້ຮັບການລາຍງານ. ນອກນີ້ຍັງພົບເຊື້ອພະຍາດດັ່ງກ່າວໃນຄົນ ແລະ ມີຄົນເຈັບຕິດເຊື້ອທັງໝົດ 283 ຄົນ, ໃນນັ້ນ ເສຍຊີວິດ 42 ຄົນ. ສະເພາະ ປີ 2020 ມີຄົນເຈັບຕິດເຊື້ອທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ .
ສູນວິເຄາະລະບາດວິທະຍາໃຫ້ຮູ້ຕື່ມອີກວ່າ: ຖ້າ ໜາຕາຍໃຫ້ເອົາຫົວໝານັ້ນມາກວດ ຖ້າບໍ່ຕາຍ ໃຫ້ຂັງໄວ້ 10 ວັນ ຕິດຕາມອາການ ໂດຍການໃຫ້ກິນນໍ້າ ແລະ ອາຫານປົກກະຕິ (ໄລຍະນີ້ ແມ່ນໃຫ້ສັກວັກຊີນທັນທີ ຫ້າມລໍຖ້າອາການສັດ) ກໍລະນີຕິດຕາມບໍ່ໄດ້ໃຫ້ສັກວັກຊີນທັນທີ ເຊັ່ນ: ສັດປ່າ ສັດຈອນຈັດ ສັດບໍ່ມີເຈົ້າຂອງ) ແລະ ຕ້ອງໄດ້ຮັບຢາວັກຊີນປ້ອງກັນທຸກກໍລະນີທີ່ສຳພັດກັບ ໝາຫຼືແມວເຊັ່ນ: ຖືກມັນກັດ ມີບາດແຜ ເລືອດໄຫຼ ບໍ່ມີບາດແຜ (ຮອຍຊໍ້າ ຂຽວ ແຜ ທະຫຼອກ ) ໝາເລຍຕາມຜີວໜັງ.
ຂ່າວ: ວຽງຈັນທາຍ

