ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນ ແລະ ສວນສາທາລະນະແຄມຂອງ ເຂດເທດສະບານນະຄອນປາກເຊ ແມ່ນໜຶ່ງໃນວຽກງານບູລິມະສິດ ຂອງແຂວງຈຳປາສັກ ເພື່ອເປັັນການປ້ອງກັນນໍ້າຖ້ວມ ແລະ ປັບທັດສະນີຍະພາບຂອງຕົວເມືອງໃຫ້ສວຍງາມ.
ໂຄງການດັ່ງກ່າວ ກວມເອົາ 19 ບ້ານ, ໃນນີ້ນະຄອນປາກເຊ 12 ບ້ານ ແລະ ເມືອງໂພນທອງ 07 ບ້ານ, ຊຶ່ງໜ້າວຽກຕົ້ນຕໍຂອງໂຄງການແມ່ນກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ຄູປ້ອງກັນນ້ໍາຖ້ວມ ຍາວ 17,40 ກິໂລແມັດ, ກໍ່ສ້າງສວນສາທາລະນະ 02 ແຫ່ງ, ກໍ່ສ້າງທາງຍົກລະດັບ ແລະ ກໍ່ສ້າງ-ປັບປຸງລະບົບລະບາຍນໍ້າ 15 ແຫ່ງ, ມາຮອດປະຈຸບັນ ການກໍ່ສ້າງຕາຝັ່ງເຈື່ອນ ແລະ ຄູກັນນໍ້າບໍລິເວນເທດສະບານນະຄອນປາກ ເຊ ມີຄວາມຍາວ 3 ກິໂລແມັດ, ໃນນັ້ນ ສຳເລັດແລ້ວ 50% ແລະ ຕາຝັ່ງເຈື່ອນ ສຳເລັດແລ້ວ 90%.
ຫົວໜ້າໂຄງການກໍ່ສ້າງຕາຝັ່ງເຈື່ອນ, ທ່ານ ຄໍາຝັ້ນ ລາຊະສີມມາ ແຈ້ງໃຫ້ຊາບວ່າ: ສາຍເຫດທີ່ພາໃຫ້ໂຄງການມີຄວາມຊັກຊ້າໃນການກໍ່ສ້າງແມ່ນມາຈາກຫຼາຍປັດໄຈ ເຊັ່ນ: ການອະນຸມັດນໍາເຂົ້ານ້ໍາມັນເຊື້ອໄຟ, ການປ່ຽນແປງຂອງບໍລິມາດຫນ້າວຽກ ແລະ ລະດັບນ້ໍາໃນລະດູແລ້ງ ສູງຜິດປົກກະຕິ, ຜົນເສຍຫາຍຈາກໄພນ້ຳຖ້ວມໃນເດືອນ ກັນຍາ ປີ 2019, ຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19, ເຮັດໃຫ້ບໍ່ສາມາດນໍາເຂົ້າວັດສະດຸກໍ່ສ້າງ ແລະ ຊັກຊ້າຍ້ອນການຍົກຍ້າຍສິ່ງກີດຂວາງອອກຈາກບໍລິເວນຂອງໂຄງການ.
ໂຄງການພັດທະນາແຄມຂອງ ແມ່ນໄດ້ຮັບການອະນຸມັດຮັບຮອງຈາກລັດຖະບານໃນວັນທີ 09 ກັນຍາ 2016 (ສັນຍາ ເງິນກູ້ LAO-12), ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານສາທາລະນະລັດເກົາຫຼີ, ມູນຄ່າລວມຂອງໂຄງການແມ່ນ 65,6 ລ້ານໂດລາສະຫະລັດ, ໃນນີ້ທຶນກູ້ຍືມ 53 ລ້ານໂດລາສະຫະລັດ ແລະ ທຶນສົມທົບຂອງລັດຖະບານລາວຈຳນວນ 12,5 ລ້ານໂດລາ.
ຂ່າວ-ພາບ : ຄຳພັນ

