ອົງການຢູນິເຊັບ (UNICEF) ປະຈໍາ ສປປ ລາວ ໄດ້ມອບຍານພາຫະນະ, ອຸປະກອນ ໄອທີ, ອຸປະກອນສຸຂະອະນາໄມທີ່ຈໍາເປັນ ແລະ ຊຸດອຸປະກອນການຫຼີ້ນຂອງເດັກເພື່ອ ການຮຽນຮູ້, ສ້າງຈິນຕະນາການ ແລະ ເພື່ອການຜ່ອນຄາຍ ລວມເປັນມູນຄ່າ 48,545 ໂດລາສະຫະລັດ ໃຫ້ກັບກົມແຜນການ ແລະ ການຮ່ວມມືສາກົນ, ກົມພັດທະນາແມ່ຍິງ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ແລະ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງເດັກນ້ອຍ 2 ແຫ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງນໍ້າທາ ເພື່ອສະໜັບສະໜູນຂົງເຂດວຽກງານການ ແກ້ໄຂທຸກຮູບແບບຄວາມຮຸນແຮງ ແລະ ການຄ້າມະນຸດໃນແມ່ຍິງ ແລະ ເດັກນ້ອຍ ຊ່ວງໄລຍະການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ.
ທຶນໃນການຈັດຊື້ອຸປະກອນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ, ອົງການຄອຍກາ KOICA, ຢູນິເຊັບ ອົດສະຕຣາລີ ແລະ ອົງການພັດທະນາສາກົນອາເມລິກາ USAID.
ພິທີມອບຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 10 ກັນຍາທີ່ຜ່ານມາ ຢູ່ ນະຄອນຫລວງວຽງຈັນ, ປະກອບມີ: ລົດຕູ້ 1 ຄັນ, ຄອມພິວເຕີ 12 ໜ່ວຍ, ເຄື່ອງພິມ 6 ອັນ, ໂປຣເຈັກເຕີ 3 ຊຸດ, ພັອກເກັດໄວຟາຍ 6 ອັນ, ອຸປະກອນສຸຂະອະນາໄມທີ່ຈໍາເປັນ ແລະ ຊຸດອຸປະກອນການຫຼີ້ນຂອງເດັກເພື່ອ ການຮຽນຮູ້, ສ້າງຈິນຕະນາການ ແລະ ເພື່ອການຜ່ອນຄາຍ ເຊິ່ງຄາດວ່າເດັກ ແລະ ແມ່ຍິງ 1.000 ກວ່າຄົນ ຈະໄດ້ຮັບຜົນປະ ໂຫຍດ ຈາກອຸປະກອນດັ່ງກ່າວ.
ພາບ-ຂ່າວ: ວຽງດາວັນ

