ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະ ໂລກສາຍພັນໃໝ່ COVID-19 ແຈ້ງໃຫ້ຮູ້ມື້ເຊົ້າວັນທີ 11 ກັນຍາ ປີ 2020 ນີ້ວ່າ: ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ລາວ ຊຶ່ງເປັນ ຄົນທີ 23 ໄດ້ຖຶກນໍາສົ່ງໄປປິ່ນປົວຢູ່ໂຮງໝໍມິດ ຕະ ພາບແລ້ວ ຮ່ວມກັບຜູ້ຕິດເຊື້ອຄົນທີ 22 ທີ່ຕິດເຊື້ອ ກ່ອນໜ້ານີ້, ຫຼັງຈາກທີ່ກວດພົບເຊື້ອພະຍາດດັ່ງ ກ່າວໃນວັນທີ 10 ກັນຍາທີ່ຜ່ານມາ ຊຶ່ງເປັນເພດ ຊາຍ ອາຍຸ 29 ປີ ເປັນຄົນລາວ ອາຊີບ ນັກກິລາກອງທັບ, ບັນຊາລົດຖັງ, ພາຍຫຼັງທີ່ໄດ້ເຂົ້າຮ່ວມກິລາທາງການທະຫານ ຢູ່ ສະຫະພັນ ຣັດເຊຍ ໃນໄລຍະທີ່ຜ່ານມາ ແລະ ຕິດເຊື້ອມາ. ກ່ອນໜ້າທີ່ຈະເດີນທາງໄປ ສະຫະພັນຣັດເຊຍ ນັກກິລາທະຫານຄົນດັ່ງກ່າວໄດ້ພັກຢູ່ຫໍພັກທະຫານ ຢູ່ບ້ານ ດົງສະຫວາດ, ເມືອງໄຊທານີ, ກັກໂຕຢູ່ສູນຫຼັກ 27.
ຫຼັງຈາກທີ່ສໍາເລັດການແຂ່ງຂັນກິລາທາງການທະຫານຢູ່ ສະຫະພັນຣັດເຊຍ ກໍ່ໄດ້ເດີນທາງມາຮອດ ສປປ ລາວ ເວລາ 9 ໂມງເຊົ້າ ແລະ ເດີນທາງໄປສູນກັກກັນຫຼັກ 27 ດ້ວຍລົດເມ, ໄດ້ເກັບຕົວຢ່າງກວດຫາເຊື້ອ COVID-19 ຢູ່ ສູນກັກກັນຫຼັກ 27 (ຄັ້ງທີ 1 ຫຼັງຈາກມາຮອດ ສປປ ລາວ). ໃນເວລາຢູ່ສູນກັກກັນລາວອາໄສຢູ່ກັບໝູ່ 2 ຄົນ, ວັນທີ 9 ກັນຍາ 2020 ຜົນກວດຫາເຊື້ອ COVID-19 ບໍ່ຊັດເຈນ, ວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງຄືນຄັ້ງທີ 2 ເວລາ 09:30 ໂມງ, ໃນເວລາ 11:00 ໂມງ ພົບຜົນກວດອອກມາພົບເຊື້ອພະຍາດ COVID-19.
ການລະບຸຜູ້ສຳຜັດໃກ້ຊິດ ໃນຈຳນວນຜູ້ໂດຍສານ 101 ຄົນ (ນັກກິລາທະຫານ 42ຄົນ, ນັກຮຽນທະຫານ 43ຄົນ, ຈຸບິນ 07 ຄົນ, ແພດ 04 ຄົນ, 05 ຄົນ ແມ່ນນັກສຶກສາຝ່າຍປົກຄອງພົນລະເຮືອນ) ທີ່ເດິນທາງມາໂດຍຖ້ຽວບິນຮ່ວມກັບນັກກິລາຄົນດັ່ງກ່າວແມ່ນມີຄວາມສ່ຽງທັງໝົດ ເພາະເດີນທາງມາຈາກປະເທດທີ່ມີການລະບາດ, ຄົນຂັບລົດໄປຮັບ 3 ຄົນ, ອີງຕາມຂໍ້ມູນທີ່ໄດ້ຮັບເບື້ອງຕົ້ນ ມີ 04 ຄົນທີ່ໄດ້ສໍາຜັດໃກ້ຊິດ ກັບກໍລະນີຢັ້ງຢືນ: 2 ທ່ານ ແມ່ນນອນຮ່ວມຫ້ອງຢູ່ຫຼັກ 21 ແລະ ອີກ 2 ທ່ານ ທີ່ນັ່ງໃກ້ຊິດເທິງເຮືອບິນ.
ຂ່າວ: ວຽງຈັນທາຍ

