ບໍລິສັດສະຕຣາໂທລະຄົມ (ຢູນີເທວ) ສາຂາ ແຂວງໄຊສົມບູນ ໄດ້ຊ່ວຍເຫຼືອວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງໄຊສົມບູນ, ໂດຍການ ອຸປະຖໍາໂທລະສັບມືຖື ຈໍານວນ 24 ໜ່ວຍ ໃຫ້ແກ່ພະແນກສາທາລະນະສຸກ ແຂວງໄຊສົມບູນລວມມູນຄ່າທັງໝົດ 28 ລ້ານກວ່າກີບ.
ໃນນັ້ນ ພະແນກສາທາລະນະສຸກ ແຂວງໄຊ ສົມບູນ ຈະນໍາເອົາເຄື່ອງຊ່ວຍເຫຼີຶອດັ່ງກ່າວ ມອບໃຫ້ໜ່ວຍງານລະບາດວິທະຍາຂັ້ນແຂວງ ຈຳນວນ 1 ໜ່ວຍ, ມອບໃຫ້ບັນດາ ເມືອງ 5 ເມືອງທົ່ວແຂວງ ເມືອງລະ 1 ໜ່ວຍ ແລະ ສຸກສາລາທີ່ຂຶ້ນກັບແຕ່ລະເມືອງ ຈຳນວນ 18 ໜ່ວຍ ເພື່ອ ນໍາໃຊ້ເຂົ້າໃນວຽກປະສານງານ ການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງ.
ສໍາລັບ ມູນຄ່າໂທເປັນລາຍເດືອນ, ເດືອນລະ 200.000 ກີບ ເປັນເວລາ 1 ປີ ແມ່ນໄດ້ຮັບການຊ່ວຍເຫລືອຈາກອົງການ ອະນາໄມໂລກປະຈຳ ສປປ ລາວ ເລີ່ມ ແຕ່ ເດືອນກັນຍາປີ 2020 ຫາ ເດືອນກັນຍາ ປີ 2021, ພາຍຫຼັງງົບປະມານຂອງອົງການອະ ນາໄມໂລກສິ້ນສຸດລົງແລ້ວ, ທາງບໍລິສັດ ຢູນີເທວ ຈະສືບຕໍ່ສະໜັບສະໜູນມູນຄ່າໂທ ໃຫ້ອີກ 6 ເດືອນ.
ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 10 ກັນຍາ 2020 ຜ່ານມາ ທີ່ພະແນກ ສາທາລະນະສຸກແຂວງ, ລະຫວ່າງ ອຳນວຍການບໍລິສັດ ຢູນີເທວ ສາຂາແຂວງໄຊສົມບູນ, ທ່ານ ຖາວອນ ສຸກສະຫວັດ ແລະ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ເຕີຢີນ ບ່າວວົງໄຊ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ+ພາບ: ພຸດທະສອນ ເວດສະວົງ

