ຮອງລັດຖະມົນຕີກະຊວງ ຖວທ ແນະນໍາໃຫ້ສື່ມວນຊົນຮີບຮ້ອນປ່ຽນແປງ ແລະ ແກ້ໄຂແບບແຜນວິທີເຮັດວຽກໃຫ້ສອດຄ່ອງໃນ ໄລຍະການລະບາດຂອງພະຍາດໂຄວິດ-19

ຮອງລັດຖະມົນຕີກະຊວງ ຖວທ ແນະນໍາໃຫ້ສື່ມວນຊົນຮີບຮ້ອນປ່ຽນແປງ ແລະ ແກ້ໄຂແບບແຜນວິທີເຮັດວຽກໃຫ້ສອດຄ່ອງໃນ ໄລຍະການລະບາດຂອງພະຍາດໂຄວິດ-19

ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກແສງ, ຜູ້ຮູ້ແທງ ຈິດໃຈ, ຜູ້ສະດຸ້ງໄວ ເມື່ອອ່ານ, ຜູ້ຮູ້ຜ່ານ ອຸປະສັກ, ຜູ້ທີ່ຮັກ ຄວາມຈິງ, ຜູ້ທີ່ຍິງ ຖືກເປົ້າ” ທີ່ທ່ານທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໄດ້ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 70 ປິ, ໄດ້ຍົກຂຶ້ນມາເປັນຫົວຂໍ້ຂອງກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດທາງແຜນພັດທະນາຄຸນນະພາບວຽກງານສື່ມວນຊົນ ທີ່ໄດ້ຈັດຂຶ້ນເມື່ອວັນທີ 10 ກັນຍາທີ່ຜ່ານມາ ຢູ່ ສໍານັກງານໜັງສືພິມພາສາຕ່າງປະເທດ ຈັດໂດຍສະມາຄົມນັກຂ່າວແຫ່ງປະເທດລາວ ໂດຍເປັນປະທານ ຂອງຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານສະມາຄົມນັກຂ່າວແຫ່ງປະເທດລາວ ທ່ານ ສະຫັວນຄອນ ຣາຊມຸນຕຣີ.
ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານສະມາຄົມນັກຂ່າວແຫ່ງປະເທດລາວ ທ່ານ ສະຫັວນຄອນ ຣາຊມຸນຕຣີ ໄດ້ກ່າວທີ່ກອງປະຊຸມດັ່ງກ່າວໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ຕໍ່ຄວາມເວົ້າຂອງທ່ານນາຍົກທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າ ປາກອອກແສງ, ຜູ້ຮູ້ແທງ ຈິດໃຈ, ຜູ້ສະດຸ້ງໄວ ເມື່ອອ່ານ, ຜູ້ຮູ້ຜ່ານ ອຸປະສັກ, ຜູ້ທີ່ຮັກ ຄວາມຈິງ, ຜູ້ທີ່ຍິງ ຖືກເປົ້າ” ພວກເຮົາຈະໄດ້ເອົາແນວທາງ, ມະຕິ, ກົດໝາຍ ທີ່ກ່າວມາເທິງນັ້ນ ມາເຍືອງເບິ່ງຄວາມເປັນຈິງໃນການເຮັດໜ້າທີ່ຂອງສື່ພວກເຮົາ ເພື່ອໃຫ້ເຫັນໄດ້ຈຸດແຂງທີ່ຕ້ອງເສີມຂະຫຍາຍ ແລະ ຈຸດອ່ອນ.
ທ່ານ ສະຫັວນຄອນ ໄດ້ກ່າວຕື່ມວ່າ: ນອກນັ້ນ ພວກເຮົາຕ້ອງໄດ້ສໍາຫຼວດເບິ່ງຄວາມນິຍົມຂອງແຕ່ລະສື່, ແຕ່ລະຄໍລໍາ, ແຕ່ລະລາຍ ການເປັນແຕ່ລະໄລຍະເພື່ອສະໜອງຂໍ້ມູນຂ່າວສານໃຫ້ສັງຄົມຖືກຕ້ອງຊັດເຈນໄປເຖິງກຸ່ມເປົ້າໝາຍໄດ້ຢ່າງວ່ອງໄວແລະທັນການ. ພ້ອມດຽວກັນກໍ່ເພີ່ມຄວາມເປັນເຈົ້າການ ແລະ ສະດຸ້ງໄວໃນການຕອບໂຕ້ ກັບບັນຫາສິ່ງຫຍໍ້ທໍ້ ແລະ ອັດຕັນການພັດທະນາຕ່າງໆ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິຂອງ ອິດທິກຳລັງປໍລະປັກ ແລະ ການໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີ ເພື່ອທໍາລາຍຄວາມເຊື່ອຖື ຕໍ່ການນໍາພັກ-ລັດຂອງພວກເຮົາ.

ຂ່າວ: ວຽງຈັນທາຍ

 

Related Articles

Leave a Reply