ສະຫາຍ ປອ ໂພໄຊ ໄຊຍະສອນ ໄດ້ຖືກແຕ່ງຕັ້ງເປັນຮັກສາການເຈົ້າແຂວງສາລະວັນຜູ້ໃໝ່

ສະຫາຍ ປອ ໂພໄຊ ໄຊຍະສອນ ໄດ້ຖືກແຕ່ງຕັ້ງເປັນຮັກສາການເຈົ້າແຂວງສາລະວັນຜູ້ໃໝ່

ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ ສະຫາຍ ປອ ໂພໄຊ ໄຊຍະສອນ ໄດ້ຖືກແຕ່ງຕັ້ງເປັນ ຮັກສາການເຈົ້າແຂວງສາລະວັນຜູ້ໃໝ່ຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ໂດຍຕົກລົງໃຫ້ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສາລະວັນ (ຜູ້ເກົ່າ) ສະຫາຍສີສຸວັນ ວົງຈອມສີ ອອກພັກການ ຮັບອຸດໜູນບໍານານ.

ພິທີມອບ-ຮັບ ໜ້າທີ່ຮັກສາການເຈົ້າແຂວງສາລະວັນຜູ້ໃໝ່ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ສະໂມສອນແຂວງສາລະວັນລະຫວ່າງ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສາລະວັນ (ຜູ້ເກົ່າ) ສະຫາຍ ສີສຸວັນ ວົງຈອມສີ ແລະ ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ ຮັກສາການເຈົ້າແຂວງສາລະວັນຜູ້ໃໝ່ ສະຫາຍ ປອ ໂພໄຊ ໄຊຍະສອນ ໂດຍເຂົ້າຮ່ວມຂອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ສະຫາຍ ພັນຄໍາ ວິພາວັນ.

ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ສະຫາຍ ພັນຄໍາ ວິພາວັນ ໄດ້ກ່າວໃນພິທີດັ່ງກ່າວໂດຍໄດ້ຮຽກຮ້ອງໃຫ້ ຮັກສາການເຈົ້າແຂວງສາລະວັນຜູ້ໃໝ່ຕ້ອງຝຶກຝົນຕົນເອງ ໃຫ້ສົມກັບໜ້າທີ່ການເມືອງທີ່ທາງພັກ-ລັດມອບ ໝາຍໃຫ້ ເພື່ອສືບຕໍ່ ພັດທະນາແຂວງສາລະວັນ ໃຫ້ມີໃບໜ້າໃໝ່.

ຂ່າວ-ພາບ: ສິງທອງ ຄໍາບຸນຈູມ

Related Articles

Leave a Reply