ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຢູ່ບັນດາເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ ມີໄຟຟ້າໃຊ້ 100%, ຈໍານວນ ບ້ານທີ່ໄຟຟ້າເຂົ້າເຖິງກວມ 93% ແລະ ຈຳນວນຄອບຄົວໃນທົ່ວປະເທດທີ່ໄດ້ໃຊ້ໄຟ ຟ້າແບບຖາວອນແລ້ວ ກວມ 95%.
ປັດຈຸບັນນີ້, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິໂລວັດໂມງຕໍ່ປີ. ນອກຈາກນີ້ຍັງມີໂຄງການໄຟຟ້າຖ່ານຫິນ 1 (ຫົງສາ), ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາວັນລວມ 6 ແຫ່ງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍ່ໄດ້ດຳເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ ທົ່ວປະເທດ ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.
ຂ່າວ: ວຽງຈັນທາຍ

