ຜູ້ປ່ວຍໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 6.000 ກ່ວາຄົນແລ້ວ

ຜູ້ປ່ວຍໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 6.000 ກ່ວາຄົນແລ້ວ

 ຍອດຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ມີກໍລະນີເສຍຊີວິດນຳອີກ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 17 ກັນຍາ 2020 ວ່າ: ນັບແຕ່ເດືອນມັງກອນ ປີ 2020 ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນທັງໝົດ 6.369 ກໍລະນີ, ແຕ່ກໍລະນີເສຍຊີວິດ ຍັງບໍ່ເພີ່ມ ຍັງຢູ່ 11 ຄົນ (ນະຄອນຫຼວງວຽງຈັນ 4 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ, ຄຳມ່ວນ 02ຄົນ, ໄຊຍະບູລີ 01 ຄົນ,ຊຽງຂວາງ 01 ຄົນ ແລະ ສະຫວນນະເຂດ 01 ຄົນ ), ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 1.506 ກໍລະນີ, ແຂວງ ບໍລິຄໍາໄຊ 725 ກໍລະນີ, ວຽງຈັນ 638 ກໍລະນີ, ບໍ່ແກ້ວ 637 ກໍລະນີ, ສະຫັວນນະເຂດ 621 ກໍລະນີ ແລະ ແຂວງອື່ນໆ.

ສະນັ້ນ, ເພື່ອຫຼຸດຜ່ອນ ແລະ ຢຸດການຕິດເຊື້ອໄຂ້ຍຸງລາຍ, ທຸກຄົນຕ້ອງເອົາໃຈໃສ່ ກໍາຈັດແຫຼ່ງເພາະພັນຍຸງລາຍໃຫ້ໝົດ,  ຊຶ່ງມີຫຼາຍວິທີ ຄວນດໍາເນີນການ ແຕ່ກ່ອນຍັງບໍ່ທັນເປັນໜອນນໍ້າ ຈະດີທີ່ສຸດ ພຽງທຳລາຍແຫຼ່ງນ້ຳຂັງພາຍໃນເຮືອນ ແລະ ນອກເຮືອນ ທີ່ເປັນແຫຼ່ງກຳເນີດຂອງຍຸງ, ປ່ຽນນໍ້າທຸກໆ 7 ວັນ ພ້ອມອະນາໄມພາຊະນະທີ່ໃຊ້, ພຽງເທົ່ານີ້ຍຸງລາຍກໍຈະໝົດສິ້ນໄປ ແລະ ຄອບຄົວ ກໍຈະມີ ຄວາມປອດໄພ ຈາກການຕິດເຊື້ອໄຂ້ຍຸງລາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply