ຄະນະສະເພາະກິດ ເພື່ອຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ ເມື່ອວັນທີ 22 ກັນຍາ 2020 ທີ່ຜ່ານມາກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ວ່າ: ການລະບາດຂອງພະຍາດ ໂຄວິດ-19 ຍັງຂະຫຍາຍເປັນວົງກວ້າງ, ຮອດປັດຈຸບັນທົ່ວໂລກຍັງມີ ການລາຍງານວ່າຍັງມີການ ລະບາດຂອງພະຍາດໂຄວິດ-19 ທັງໝົດ ຢູ່ 213 ປະເທດ/ເຂດ, ມີຜູ້ເສຍຊີວິດແລ້ວ 968.826 ຄົນ ຈາກຜູ້ຕິດເຊື້ອທັງໝົດ 31.467.750 ຄົນ ແລະ ປິ່ນປົວດີແລ້ວ 23.092.095 ຄົນ.
ປະເທດທີ່ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ, ມີຜູ້ເສຍຊີວິດ 204.445 ຄົນ ຈາກຜູ້ຕິດເຊື້ອສະສົມ 7.043.346 ຄົນ. ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 74.493 ຄົນ ແລະ ໃນບັນດາກຸ່ມປະເທດອາຊຽນ ມີຜູ້ຕິດເຊື້ອທັງໝົດ 618.093ຄົນ ແລະ ເສຍຊີວິດ15.028 ຄົນ.
ສະເພາະຢູ່ ສສປ ລາວ, ຮອດປັດຈຸບັນມີຜູ້ຕິດເຊື້ອໂຄວິດ-19 ສະສົມ 23 ຄົນ, ປິ່ນປົວຫາຍດີແລ້ວ 22 ຄົນ ແລະ ຍັງນອນຮັກສາຕົວຢູ່ໂຮງໝໍມິດຕະພາບ 1 ຄົນ.
ສ່ວນມາດຕະການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ, ຄະນະສະເພາະກິດ ເລັ່ງກວດຄົນເຂົ້າ-ອອກ ຢູ່ຕາມບັນດາດ່ານສາກົນຕ່າງໆ, ສະໜາມບິນ, ຊຶ່ງທຸກຄົນທີ່ເຂົ້າມາໄດ້ວັດແທກອຸນຫະພູມຮ່າງກາຍ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ຂ່າວ: ວຽງຈັນທາຍ

