ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ສິນຄ້າກະສິກໍາຢູ່ແຂວງສະຫວັນນະເຂດຍັງເປັນສິນຄ້າຕົ້ນຕໍທີ່ມີການສົ່ງອອກຫຼາຍໂດຍສະເພາະ ແມ່ນຢາງພາລາ, ເຂົ້າ, ມັນຕົ້ນແຫ້ງ, ນ້ຳຕານ, ກາກນ້ຳຕານ ຮອງລົງມາແມ່ນສິນຄ້າອຸດ ສາຫະກຳປະເພດເຫຍື້ອເຈ້ຍ, ແຮ່ທອງແດງ, ເຄື່ອງເອເລັກ ໂຕນິກ, ຊິ້ນສ່ວນກ້ອງ ແລະ ຜະ ລິດຕະພັນຢາສູບ ແລະ ສິນຄ້າປະເພດອື່ນໆ.
ສະເພາະ 9 ເດືອນຕົ້ນປີ 2020, ແຂວງສະຫວັນນະເຂດ ມີມູນຄ່າການສົ່ງອອກ ແລະ ນໍາເຂົ້າສິນຄ້າທັງໝົດ 16.630 ຕື້ກີບ, ໃນນັ້ນມູນຄ່າການສົ່ງອອກສິນຄ້າ ຫຼາຍກວ່າ 9 ຕື້ກີບ ແລະ ມູນຄ່າການນຳເຂົ້າສິນຄ້າ 6.604 ຕື້ກີບ, ໜາຍຄວາມວ່າເກີນດຸນການຄ້າປະມານ 2.420 ຕື້ກີບ.
ສ່ວນສິນຄ້າ ນຳເຂົ້າຕົ້ນຕໍຢູ່ແຂວງສະຫວັນນະເຂດແມ່ນຜະລິດຕະພັນປຸງແຕ່ງເພື່ອສົ່ງ ອອກ ແລະ ເຄື່ອງອຸປະໂພກ-ບໍລິໂພກທົ່ວໄປ ແລະ ອື່ນໆ.
ຂ່າວ: ສພຂ

