ກອງປະຊຸມໃຫ່ຍອົງຄະນະພັກແຂວງຫຼວງພະບາງໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່

ກອງປະຊຸມໃຫ່ຍອົງຄະນະພັກແຂວງຫຼວງພະບາງໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່

ກອງປະຊຸມໃຫຍ່ ອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ VIII ທີ່ໄດ້ດຳເນີນໃນລະຫວ່າງວັນທີ 2-3 ຕຸລາ 2020 ທີ່ຜ່ານມາ ຢູ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ ມີການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຫຼື ຊຸດໃໝ່ ຊຶ່ງຜົນການປ່ອນບັດຄັດເລືອກປະກົດວ່າ ສະຫາຍ ຄຳຂັນ ຈັນທະວີສຸກ ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດໃໝ່, ສະຫາຍ ວົງສະຫວັນ ເທບພະຈັນ ແລະ ສະຫາຍ ສຸກັນ ບຸນຍົງເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ເລືອກເອົາສະຫາຍ ຄຳຫຼ້າ ລຽນປະດິດ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ສົມໝາຍ ສຸທິວົງ, ສະຫາຍ ຄຳພວງ ດວງມະນີ ແລະ ສະຫາຍ ນາງ ສົມໝາຍ ມິນາກອນ ເປັນຮອງປະທານກວດກາພັກແຂວງ.

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໃນຄັ້ງນີ້ ໂດຍມີຜູ້ສະໝັກ ຫຼື ຜູ້ທີ່ມີເງື່ອນໄຂ ຮັບເລືອກຕັ້ງທັງໝົດ 42 ສະຫາຍ (ຍິງ 5 ສະຫາຍ) ຊຶ່ງເລືອກເອົາພຽງແຕ່ 37 ສະຫາຍ (ຍິງ 4 ສະຫາຍ).

ນອກນັ້ນຍັງມີການຄັດເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ (ຍິງ 1 ສະຫາຍ) ຊຶ່ງປະກອບມີ ສະຫາຍ ຄຳຂັນ ຈັັນທະວີສຸກ, ສະຫາຍ ວົງສະຫວັນ ເທບພະຈັນ, ສະຫາຍ ສຸກັນ ບຸນຍົງ, ສະຫາຍ ສິງຕັນ ໄຊລືຊົ່ງ, ສະຫາຍ ຄຳຫຼ້າ ລຽນປະດິດ, ສະຫາຍ ມອນໄຊ ລາວມົວຊົ່ງ, ສະຫາຍ ພົນຈັດຕະວາ ສົມຈັນ ແກ້ວຈັນດາ, ສະຫາຍ ນາງ ວຽນວິໄລ ດີລະພັນ, ສະຫາຍ ວຽງທອງ ຫັດສະຈັນ, ສະຫາຍ ປອ. ຄຳຄ່ອງ ພົມມະປັນຍາ ແລະ ສະຫາຍ ບຸນເລື່ອມ ມະນີວົງ.

ຂໍ້ມູນ-ພາບ: KPL

Related Articles

Leave a Reply