ນະຄອນຫຼວງວຽງຈັນ ມີຜູ້ປ່ວຍໄຂ້ຍຸງລາຍ 1. 000 ກວ່າຄົນແລ້ວ

ນະຄອນຫຼວງວຽງຈັນ ມີຜູ້ປ່ວຍໄຂ້ຍຸງລາຍ 1. 000 ກວ່າຄົນແລ້ວ

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ຊຶ່ງ ປະຈຸບັນ ສະພາບການລະບາດຂອງ ພະຍາດໄຂ້ຍຸງລາຍ ໃນຂອບ​ເຂດທົ່ວປະເທດ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 1.604 ຄົນ, ຖັດລົງມາແມ່ນ ແຂວງບໍລິຄຳໄຊ 785 ຄົນ, ບໍ່ແກ້ວ 690 ຄົນ, ວຽງຈັນ 672 ຄົນ, ສະຫວັນນະເຂດ 679 ຄົນ ແລະ ແຂວງ ອື່ນໆ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 6 ຕຸລາ 2020 ວ່າ: ນັບແຕ່ເດືອນມັງກອນ ປີ 2020 ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນທັງໝົດ 6.999 ກໍລະນີ, ໃນນັ້ນ ເສຍຊີວິດລວມແລ້ວ 12 ຄົນ (ນະຄອນຫຼວງວຽງຈັນ 4 ຄົນ, ແຂວງ ບໍລິຄໍາໄຊ 2 ຄົນ, ຄຳມ່ວນ 02 ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ ແລະ ຜົ້ງສາລີ 01 ຄົນ ).

ເພື່ອ​ເປັນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ການລະບາດຂອງ​ພະຍາດ​ດັ່ງກ່າວ, ທຸກພາກສ່ວນ​ໃນ​ສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານ​ທີ່​ຕ່າງໆ, ທຸກຄົນຄວນເປັນເຈົ້າການໃນການທຳລາຍ ແຫຼ່ງເພາະພັນຂອງຍຸງລາຍ ໃນເຮືອນ ຂອງຕົນເອງເປັນປະຈໍາ, ພ້ອມນັ້ນ ນາຍບ້ານ ແຕ່ລະບ້ານ ຄວນເປັນເຈົ້າການໃນການ ຊີ້ນຳລູກບ້ານ ເຮັດອະນາໄມ ທຳລາຍແຫຼ່ງ ເພາະພັນຂອງຍຸງລາຍ ຄວບຄູ່ກັບການປະຕິບັດມາດຕະການ 5ປ ທີ່ກະຊວງສາທາລະນະສຸກ ວາງອອກວາງຢ່າງເຂັ້ມງວດ, ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນໍ້າຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply