ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນເມື່ອວັນທີ 7 ຕຸລາ 2020 ທີ່ຜ່ານມາ ຢູ່ຫໍວັດທະນະທຳແຂວງຫົວພັນ, ມອບໂດຍ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ແລະ ຮັບໂດຍ ປະທານສະມາຄົມສົ່ງເສີມຜ້າໄໝຫົວພັນ, ທ່ານ ນາງ ແພງ ຈັນທະຈິດ ໂດຍມີ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ສຸລິອຸດົງ ສຸນດາຣາ ແລະ ຮອງເຈົ້າແຂວງ ຫົວພັນ, ທ່ານ ນາງ ແພງ ກັນຍາພິມ ເຂົ້າຮ່ວມ.
ການຈົດທະບຽນຖິ່ນກໍາເນີດຄັ້ງນີ້, ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນ ເອກະລັກຂອງຜ້າໄໝຫົວພັນໄວ້, ພາຍຫຼັງຈາກການຈົດທະບຽນແລ້ວຈະມີການກວດ ກາທຸກຂັ້ນຕອນການຜະລິດ ໂດຍສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນລະບົບຄົບຊຸດ, ພ້ອມທັງມີການຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະຂອງຜ້າໄໝຫົວພັນ ຈາກໜ່ວຍງານຢັ້ງຢືນຈາກພາຍໃນປະເທດ ຫຼື ສາກົນ. ນອກຈາກນັ້ນການຈົດທະບຽນປົກປ້ອງຖິ່ນ ກໍາເນີດຍັງຈະເຮັດໃຫ້ຜ້າໄໝຫົວພັນ ມີມູນຄ່າເພີ່ມສູງຂຶ້ນເນື່ອງຈາກຜ້າໄໝຫົວພັນ ຕ້ອງຜ່ານການກວດກາຄວາມ ຖືກຕ້ອງຕາມຂັ້ນຕອນການຜະລິດທີ່ກໍານົດໄວ້ ພ້ອມທັງມີການຢັ້ງຢືນຈາກໜ່ວຍ ງານຢັ້ງຢືນທີ່ຜ່ານການຮັບຮອງຕາມມາດຕະຖານສາກົນ ຈຶ່ງຈະເຮັດໃຫ້ຜ້າໄໝຫົວພັນ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ຫຼື ສົ່ງອອກໄປຕ່າງປະເທດ ສາມາດຕິດກາໝາຍ ຖິ່ນກໍາເນີດແຫ່ງຊາດ ທີ່ຄຸ້ມຄອງໂດຍກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃສ່ສະຫຼາກສິນຄ້າໄດ້.
ຂ່າວ-ພາບ: ໄອແກ້ວ

