79 ຄົນເສຍຊີວິດຍ້ອນອຸບັດເຫດ ໃນເດືອນຕຸລາຜ່ານມາ

79 ຄົນເສຍຊີວິດຍ້ອນອຸບັດເຫດ ໃນເດືອນຕຸລາຜ່ານມາ

ໃນເດືອນຕຸລາຜ່ານມາ, ມີຜູ້ເສຍຊີວິດແລ້ວ 79 ຄົນ (ຍິງ 27 ຄົນ) ຈາກອຸບັດເຫດບົນທ້ອງຖະໜົນ ທີ່ເກີດຂຶ້ນທັງໝົດ 604 ກໍລະ­ນີ ໃນທົ່ວປະເທດ ແລະ ທຽບ­ໃສ່​ເດືອນກັນຍາ ເພີ່ມຂຶ້ນ 107 ກໍ­ລະ­ນີ, ແຕ່ຈຳນວນຜູ້​ເສຍ​ຊີ­ວິດຫຼຸດລົງ 3 ຄົນ, ຊຶ່ງ ​ອຸ­ບັດ­ເຫດ​ສ່ວນ​ໃຫຍ່​ແມ່ນ​ເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາ 129 ກໍລະນີ, ໃຊ້ຄວາມໄວເກີນກວ່າກົດໝາຍກໍານົດ 76 ກໍລະນີ ແລະ ອື່ນໆ. ສະເພາະ ຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 10 ຄົນຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 107 ຄັ້ງ.

ອີງ​ຕາມ​ການ​ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນຕຸລາ 2020 ຂອງ​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ ຊາບ​ວ່າ: ສໍາລັບ ການເກີດອຸປະຕິເຫດໃນເດືອນຕຸລາ ຜ່ານມາ, ມີ​ຜູ້​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 943 ຄົນ, ຊຶ່ງມີຜູ້ບາດເຈັບສາ ຫັດ 85 ຄົນ, ສົມຄວນ 381 ຄົນ, ເລັກໜ້ອຍ 467 ຄົນ, ນອກນັ້ນມີພາຫະນະເປ່ເພ 1. 074 ຄັນ, ໃຊ້ການບໍ່ໄດ້ 19 ຄັນ.

ເພື່ອ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນ: ເມົາ​ແລ້ວ​ຫ້າມ​ຂັບ, ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ລົງ.

ຂ່າວ: ວຽງຈັນທາຍ

ຮູບ: ໜ່ວຍກູ້ໄຟ

Related Articles

Leave a Reply