ລັດຖະບານ ຫວຽດນາມໄດ້ຊ່ວຍເຫຼືອເຂົ້າສານ ຈຳນວນ 1.000 ໂຕນ ໃຫ້ແກ່ລັດຖະບານລາວເພື່ອນໍາໄປແຈກຢາຍໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ 8 ເມືອງ ຂອງແຂວງສະຫວັນນະເຂດ ໂດຍໄດ້ຈັດມີພິທີມອບ-ຮັບແບບທາງໄກ ຢູ່ ຫໍປະຊຸມແຫ່ງຊາດ ໃນວັນທີ 13 ພະຈິກ 2020 ທີ່ຜ່ານມາ ລະຫວ່າງ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ທ່ານ ຫງວຽນ ກັວກ ຢຸງ ເປັນຜູ້ກ່າວມອບ ແລະ ອຸປະທູດຊົ່ວຄາວ ຢູ່ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທ່ານ ຈັນທະພອນ ຄໍາມະນີຈັນ ເປັນຜູ້ຮັບ ໂດຍການເປັນສັກຂີພິຍານຂອງນາຍຍົກລັດຖະມົນຕີຂອງສອງປະເທດ, ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນ ຊວັນ ຟຸກ.
ຂ່າວ: ວຽງຈັນທາຍ

