ອາຊຽນ ແລະ ອິນເດຍ ເຫັນດີສືບຕໍ່ຮ່ວມມືກັນ ໃນບັນດາຂະແໜງການບູລິມະສິດ

ອາຊຽນ ແລະ ອິນເດຍ ເຫັນດີສືບຕໍ່ຮ່ວມມືກັນ ໃນບັນດາຂະແໜງການບູລິມະສິດ

ບັນດາຜູ້ນຳອາຊຽນ-ອີນເດຍ ເຫັນດີສືບຕໍ່ຮ່ວມມືໃນບັນດາຂະແໜງການບູລິມະສິດ ໂດຍອີງໃສ່ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດ ທະນະທໍາ-ສັງຄົມ) ທີ່ກອງປະຊຸມອາຊຽນ-ອິນເດຍ ຄັ້ງທີ 17 ແບບທາງໄກ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້.

ຂະແໜງການບູລິມະສິດ ທີ່ອາຊຽນ- ອິນເດຍ ຈະສືບຕໍ່ຮ່ວມມື  ປະກອບມີ: ຂະແໜງສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ລວມທັງການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ຢ່າງທົ່ວເຖິງ, ການຟື້ນຟູເສດຖະກິດ ຫຼັງໂຄວິດ-19, ການສຶກສາໂດຍການສະໜອງທຶນສຶກສາໄລຍະສັ້ນ ແລະ ໄລຍະຍາວ ແລະ ການແລກປ່ຽນດ້ານວັດທະນະທໍາ ລວມທັງ ການທ່ອງທ່ຽວ, ການຫັນໄປສູ່ເສດຖະກິດດິຈີຕອນ, ການເຊື່ອມຈອດອາຊຽນ ໂດຍສະເພາະ ການສືບຕໍ່ກໍ່ສ້າງທາງດ່ວນ ອິນເດຍ-ມຽນມາ-ໄທ ແລະ ຂະຫຍາຍມາ ສູ່ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ, ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025), ການພັດທະນາແບບຍືນຍົງ ລວມທັງການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ຂໍ້ມູນ-ພາບ: ຂປລ

Related Articles

Leave a Reply