ລັດຖະບານລາວໄດ້ ໄດ້ຍົກຍ້າຍ ກຳມະການສູນກາງພັກ ອະດີດເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງນ້ຳທາ ຜູ້ເກົ່າ ທ່ານ ເພັດຖາວອນ ພິລະວັນ ໄປຮັບຫນ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ແລະ ແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງ ທ່ານ ຄຳໄຫຼ ສີປະເສີດ ເປັນເຈົ້າແຂວງ ຫຼວງນ້ຳທາ ຜູ້ໃໝ່ ຊຶ່ງພິທີມອບຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ໂດຍການ ເຂົ້າຮ່ວມຂອງກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ.
ເນື່ອງໃນໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ຍັງໄດ້ເນັ້ນໜັກໃຫ້ທ່ານເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ ຜູ້ໃໝ່ ຈົ່ງເຊີດຊູສະຕິເປັນເຈົ້າ, ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ເຮັດໃຫ້ແຂວງຫຼວງນໍ້າທາ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມໃຫ້ມີທ່າຂະຫຍາຍຕົວດີຂື້ນ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ສຶບຕໍ່ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງນໍ້າທາ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນເລື້ອຍໆ.
ຂໍ້ມູນ-ພາບ ມຸນຕີ

