ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານສອນໄຊ ສີພັນດອນ ແລະ ຄະນະ ໄດ້ລົງຢ້ຽມຢາມ ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ຢູ່ເມືອງທ່າແຕງ ແຂວງເຊກອງ ເມື່ອບໍ່ດົນມານີ້ ເນື່ອງໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກໃຕ້.
ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ທີ່ເມືອງທ່າແຕງ ແຂວງເຊກອງ ມີບົດບາດສໍາຄັນໃນການສະໜອງກະແສໄຟຟ້າເພື່ອຍູ້ການພັດທະນາເສດຖະກິດໃນດ້ານຕ່າງໆຂອງ 4 ແຂວງພາກໃຕ້ປະກອບມີແຂວງເຊກອງ, ສາລະວັນ, ຈໍາປາສັກ ແລະ ອັດຕະປື ແລະ ທັງຍັງສົ່ງຂາຍໃຫ້ແກ່ປະເທດເພື່ອນບ້ານນຳອີກ.
ເຂື່ອນໄຟຟ້າດັ່ງກ່າວເລີ່ມຜະລິດກະແສໄຟຟ້າຢ່າງເປັນທາງການໃນເດືອນກັນຍາ 2015, ມີອ່າງເກັບນ້ຳເພື່ອສະໜອງຕໍ່ການຜະ ລິດກະແສໄຟຟ້າຕະຫຼອດປີ ໂດຍມີຄວາມສາມາດຜະລິດພະລັງງານໄຟຟ້າໄດ້ 480 ກິກກະວັດໂມງຕໍ່ປີ.
ບ້ານທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນມີ 2 ບ້ານຄື: ບ້ານທົ່ງໂກງ ແລະ ບ້ານທົ່ງຍາວ,ຈຳນວນ 151 ຫລັງຄາເຮືອນ, ລວມມີທັງໝົດ 217 ຄອບຄົວ, 1.375 ຄົນ ໂດຍໄດ້ມີການຍົກຍ້າຍໄປຢູ່ເຂດຈັດສັນໃໝ່ ຊຶ່ງ ຫ່າງຈາກເຂດບ້ານເກົ່າປະມານ 15 ກິໂລແມັດ ແລະ ທາງໂຄງການ ໄດ້ສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນ ຈຳນວນທັງໝົດ 168 ຫຼັງ ເຊິ່ງແບ່ງອອກເປັນ 3 ປະເພດ, ພ້ອມກັນນັ້ນ ກໍໄດ້ສ້າງໂຮງຮຽນ, ໂຮງໝໍ, ລະບົບນ້ຳສະອາດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.
ຂໍ້ມູນ-ພາບ: ຂປລ

