ສື່ມວນຊົນ ລາວ-ຈີນ ຮ່ວມມືເຜີຍແຜ່ຂໍ້ມູນຂ່າວສານຜົນສຳເລັດ ຂອງໂຄງການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ

ສື່ມວນຊົນ ລາວ-ຈີນ ຮ່ວມມືເຜີຍແຜ່ຂໍ້ມູນຂ່າວສານຜົນສຳເລັດ ຂອງໂຄງການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ

ກອງປະຊຸມພົບປະທາງໄກລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຈີນ ແລະ ພິທີເປີດການຮ່ວມສຳພາດ ຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ທີ່ນະຄອນຫຼງວຽງຈັນ.

ໂດຍສະເພາະເປີດການຮ່ວມສຳພາດ ຂອງສື່ມວນຊົນລາວ-ຈີນ ແມ່ນເປັນການເປີດໂອກາດໃຫ້ແກ່ສື່ມວນຊົນລາວ-ຈີນ ໄດ້ປະຕິບັດໜ້າທີ່ສື່ມວນຊົນຮ່ວມກັນຢ່າງໃກ້ຊິດ ໃນການນຳສະເໜີຂໍ້ມູນຂ່າວສານຜົນສຳເລັດ ໃນການປະຕິບັດໂຄງການຮ່ວມມື ລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ”. ພ້ອມກັນນັ້ນ, ຍັງເປັນການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ລາວ-ຈີນ ໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 1 ທີ່ລາວ-ຈີນຮ່ວມກັນເປັນເຈົ້າພາບ ຊຶ່ງໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 2-3 ກຸມພາ ປີ 2018 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ.

ເປີດການຮ່ວມສຳພາດ ຂອງສື່ມວນຊົນລາວ-ຈີນ​ ດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງການພົວພັນຮ່ວມມືໃນຂົງເຂດວຽກງານໂຄສະນາ ແລະ ຖະແຫຼງຂ່າວ-ສື່ມວນຊົນ ຂອງສອງປະເທດ ລາວ-ຈີນ ໃນການຈັດຕັ້ງຜັນຂະຫຍາຍການຮ່ວມມືຄູ່ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ການເປັນຄູ່ຮ່ວມຊາຕາກໍາ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຕາມທິດ 4 ດີ (ເປັນເພື່ອນບ້ານໃກ້ຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ)

ໃນໂອກາດດັ່ງກ່າວ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຄໍາພັນ ພົມມະທັດ ໄດ້ກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາ, ເຖິງວ່າມີຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ກໍ່ຕາມ ແຕ່ສອງຝ່າຍໄດ້ສືບຕໍ່ຮັກສາການໄປມາຫາສູ່ກັນຢ່າງເປັນປົກກະຕິ, ມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງໃນລະດັບສູງ ແລະ ມີປະສິດທິຜົນສູງ, ພ້ອມນັ້ນ ສອງຝ່າຍໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນເວທີພາກພື້ນ ແລະ ສາກົນ.

ການພົວພັນສອງຝ່າຍ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມື້ນັບຫຼາຍຂຶ້ນ, ໂດຍໄດ້ສະແດງອອກຜ່ານການຮ່ວມມືທີ່ເປັນຮູບປະທຳຕົວຈິງ ໃນການປະສານສົມທົບ ລະຫວ່າງ ຍຸດທະສາດ “ການຫັນປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງ” ຂອງ ສປປ ລາວ ກັບ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ,ເຊິ່ງໃນຂອບການຮ່ວມມືດັ່ງກ່າວນີ້ ສອງຝ່າຍໄດ້ມີການຮ່ວມມືລົງທຶນກໍ່ສ້າງຫຼາຍໂຄງການທີ່ສໍາຄັນ, ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດພັດທະນາເສດຖະກິດກວມລວມໄຊເສດຖາ, ໂຄງການປັບປຸງໂຮງໝໍມະໂຫສົດ, ໂຄງການຊ່ວຍເຫຼືອແກ້ໄຂຄວາມທຸກຍາກຢູ່ທ້ອງຖິ່ນຂອງລາວ ແລະ ໂຄງການອື່ນໆ ພວມມີຜົນຄືບໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ຜ່ານການສໍາພາດ ແລະ ລາຍງານຄວາມຄືບໜ້າຂອງການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍ ຢູ່ ສປປ ລາວ ຂອງສື່ມວນຊົນສອງປະເທດ ຍິ່ງຈະຊ່ວຍເຮັດໃຫ້ປະຊາຊົນສອງຊາດ ລາວ-ຈີນ ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວັດຖຸປະສົງ ແລະ ໝາກຜົນຕົວຈິງຂອງການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຈີນ, ເຊິ່ງນອກຈາກເປັນການປັບປຸງພື້ນຖານໂຄງລ່າງ, ຍົກລະດັບຊີວິດຂອງປະຊາຊົນລາວບັນດາເຜົ່າແລ້ວ, ຍັງເປັນການປະກອບສ່ວນເສີມຂະຫຍາຍມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ “4 ດີ” (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເປັນຮູບປະທໍາຍິ່ງໆຂຶ້ນ.

ພ້ອມນັ້ນ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ສື່ມວນຊົນ ລາວ-ຈີນ ໄດ້ພ້ອມກັນໂຄສະນາເຜີຍແຜ່ບັນຍາກາດແຫ່ງການເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຕາມກົນໄກການຮ່ວມມືດ້ານຕ່າງໆໄດ້ເປັນຢ່າງດີ ເພື່ອໃຫ້ປະຊາຊົນສອງປະເທດຮັບຮູ້ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມໃຫ້ການຮ່ວມມືຂອງສອງປະເທດນັບມື້ເກີດດອກອອກຜົນ ງອກງາມເລື້ອຍໆ. ສື່ມວນຊົນສອງປະເທດໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ການຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆ ເພື່ອເສີມສ້າງສາຍພົວພັນອັນດີງາມ ລະຫວ່າງກັນ ແລະ ກັນ; ໃນນັ້ນ ລວມມີການຮ່ວມມືຜ່ານກົນໄກຕ່າງໆ ເຊັ່ນ: ຂອບການຮ່ວມມືສື່ມວນຊົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເວທີປຶກສາຫາລື ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ອື່ນໆ.

ສະເພາະໃນປີນີ້, ສື່ມວນຊົນລາວ-ຈີນ ຍັງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ເຮັດໃຫ້ປະຊາຊົນໃນປະເທດຂອງຕົນເຂົ້າຮ່ວມໃນຂະບວນການດັ່ງ ກ່າວຢ່າງເປັນເຈົ້າການ. ເຖິງວ່າມີການລະບາດຂອງພະຍາດໂຄວິດ-19, ແຕ່ການສ້າງເສັ້ນທາງລົດໄຟ ລາວ-ຈີນ, ທາງດ່ວນ ວຽງຈັນ-ວັງວຽງ, ເຂື່ອນໄຟຟ້າແບບຂັ້ນໄດ ຕາມລໍາແມ່ນໍ້າອູ, ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໂຄງການອື່ນໆ ໄດ້ມີຄວາມຄືບໜ້າ, ສະເພາະໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ກໍ່ຄາດວ່າຈະສໍາເລັດຕາມລະດັບຄາດໝາຍ-ເປີດນໍາໃຊ້ຢ່າງເປັນທາງການໂອກາດສະຫຼອງຄົບຮອບ 45 ປີ ສປປ ລາວ ອັນເປັນການສະທ້ອນໃຫ້ເຫັນຜົນສໍາເລັດສ່ວນໜຶ່ງການພັດທະນາ ພາຍໃຕ້ແນວຄິດລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊຶ່ງສື່ມວນຊົນລາວ-ຈີນ ລ້ວນແຕ່ໄດ້ພ້ອມກັນເຜີຍແຜ່ຂໍ້ມູນຂ່າວສານເຫຼົ່ານີ້ ໃຫ້ປະຊາຊົນສອງປະເທດຮັບຮູ້ ໄດ້ເປັນຢ່າງດີ.

ຂ່າວ:  ວຽງຈັນທາຍ

Related Articles

Leave a Reply