ຂະແໜງພະລັງງານ ແລະ ບໍ່ແຮ່ ມີບົດບາດສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ–ສັງຄົມຂອງຊາດ, ຊຶ່ງໄລຍະ 5 ປີຜ່ານມານີ້ ໄດ້ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ 2 ຕື້ກວ່າໂດລາ, ໃນນີ້ຂະແໜງພະລັງງານ 1.225 ລ້ານໂດລາ ແລະ ຂະແໜງບໍ່ແຮ່ 838 ລ້ານໂດລາ.
ປະຈຸບັນ, ຂະແໜງພະລັງງານ ແລະ ບໍ່ແຮ່ ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ, ຊຶ່ງສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ກວມເອົາ 93% ຂອງຈຳນວນບ້ານ ແລະ 95% ຂອງຈຳນວນຄອບຄົວທັງໝົດ ໃນທົ່ວປະເທດ ໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.
ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳມະນີ ອິນທິລາດ ໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນ ຫວ່າງບໍ່ດົນມານີ້ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນ ວາ 1975 – 2 ທັນວາ 2020 ) ທີ່ຈະມາເຖີງນີ້ ວ່າ: ຕະຫຼອດໄລຍະຜ່ານມາ ຂະແໜງພະ ລັງງານ ແລະ ບໍ່ແຮ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໂດຍສະເພາະກ່ອນປີ 1975 ຂະແໜງພະລັງງານ ມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກຂະໜາດ 30 ເມກາວັດພຽງແຫ່ງດຽວ ໃນທົ່ວປະເທດ ຄື: ເຂື່ອນໄຟຟ້ານ້ຳງື່ມ 1 ແລະ ເຂື່ອນໄຟຟ້າຂະໜາດນ້ອຍຈຳນວນ 2 ແຫ່ງຄື: ເຂື່ອນນ້ຳດົງ ຢູ່ແຂວງຫຼວງພະບາງ ມີກຳລັງຕິດຕັ້ງ 1 ເມກາວັດ ແລະ ເຂື່ອນແຊລະບຳຢູ່ແຂວງຈຳປາສັກມີກຳລັງຕິດຕັ້ງ 1 ເມກາວັດ.
ພາຍຫຼັງ ລັດຖະບານ ປະກາດໃຊ້ກົດໝາຍໄຟຟ້າ ໃນປີ 1997 ແລະ ໄດ້ວາງນະໂຍບາຍ ເພື່ອດຶງດູດການລົງທຶນຕ່າງປະເທດເຮັດໃຫ້ມີນັກລົງທຶນຈາກຫຼາຍປະເທດເລີ່ມຫັນເຂົ້າມາລົງທຶນນັບທັງໃນຮູບແບບໂຄງການພະລັງງານເອກະຊົນ (IPP) ເຮັດໃຫ້ອຸດສາຫະກໍາພະລັງງານຢູ່ລາວຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ. ມາຮອດປັດຈຸບັນນີ້, ຢູ່ ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້ຍັງມີ: ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະ ລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຕາມການຄາດຄະເນ ໃນທ້າຍປີ 2020 ນີ້, ສປປ ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າເພີ່ມຂຶ້ນເປັນທັງໝົດ 90 ແຫ່ງ, ມີກໍາລັງຕິດຕັ້ງປະມານ 10.704 MW.
ສໍາລັບການສົ່ງອອກໄປຈໍາໜ່າຍຕ່າງປະເທດ, ສາມາດບັນລຸໄດ້ແລ້ວ 6.935 MW ໃນນີ້: ສົ່ງອອກໄປຍັງປະເທດໄທແລ້ວ 5.935 MW, ຫວຽດນາມ 570 MW, ກໍາປູເຈຍ 320 MW, ມຽນມາ 10 MW, ສປປ ລາວ ເປັນປະເທດທຳອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ.
ປັດຈຸບັນໄດ້ສົ່ງອອກແລ້ວ 100 ເມັກກາວັດ ໂດຍຜ່ານປະເທດລາວ–ໄທ–ມາເລເຊຍ ແລະ ໃນປີ 2021 ຈະສົ່ງໃຫ້ໄດ້ 300 MW, ພ້ອມນີ້ ຍັງສືບຕໍ່ເຈລະຈາຊື້–ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ ແລະ ຄາດວ່າ ການສົ່ງອອກໃນອະນາຄົດ ຍັງຈະເພີີ່ມຂຶ້ນເລື້ອຍໆ ຕາມບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ (MOU)ທີ່ ສປປ ລາວເຮົາມີກັບ ບັນດາປະເທດໃກ້ຄຽງເຊັ່ນ: ມີບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ ກັບ ຣາຊະອານາຈັກໄທ 9.000 MW, ມີກັບ ຣາຊະອານາຈັກ ກໍາປູເຈຍ 6.000 MW ແລະ ມີກັບ ສສ ຫວຽດນາມ 5.000 MW. ທັງໝົດນີ້ ຈະສົ່ງອອກໃຫ້ຄົບຕາມຈໍານວນ ພາຍໃນປີ 2030.
ຂ່າວ: ວຽງຈັນທາຍ

