ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ເປີດງານແຂ່ງຂັນປະກວດ ສ້າງສັນວີດີໂອ ຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ) ແລະ ຮ້ອງເພງ ທີ່ມີເນື້ອຫາການຄ້າມະນຸດ, ຊຶ່ງງານດັ່ງກ່າວ ແມ່ນເລີ່ມລົງທະບຽນສະໝັກ ແຕ່ວັນທີ 6 ພະຈິກ 2020 ແລະ ສົ່ງຜົນງານຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ) ແລະ ຮ້ອງເພງນັບແຕ່ມື້ລົງທະບຽນເປັນຕົ້ນໄປ ແລະ ບໍ່ໃຫ້ກາຍວັນທີ 6 ທັນວາ 2020.
ຜົນງານການປະກວດຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ), ໂດຍສະເພາະ ຮ້ອງເພງ ທີ່ໄດ້ຮັບລາງວັນ ທີ 1-3 ແມ່ນຈະໄດ້ມາຮ້ອງໃນມື້ປະກາດລາງວັນດັ່ງກາ່ວທີ່ ຄາດວ່າ ຈະປະກາດຜົນ ໃນວັນທີ 14 ທັນວາ 2020 ເວລາ 18: 30 ທີ່ຫໍວັດທະນະທໍາແຫ່ງຊາດ, ຊື່ງປະຈຸບັນ ມີຜູ້ສະໝັກເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ 15 ຄົນແລ້ວ.
ຈຸດປະສົງຂອງການຈັດງານແຂ່ງຂັນຄັ້ງນີ້ ແມ່ນແນໃສ່ສ້າງສື່ໂຄສະນາ ປູກຈິດສໍານຶກທົ່ວສັງຄົມຮັບຮູ້, ເຂົ້າໃຈ ຕ້ານການຄ້າມະນຸດ, ກ່ຽວກັບໄພອັນຕະລາຍຂອງການຄ້າມະນຸດ ເຂົ້າເຖິງກຸ່ມເປົ້າໝາຍຫຼາຍຂຶ້ນ ແລະ ເຮັດໃຫ້ການໂຄສະນາມີຫຼາຍຮູບຫຼາຍສີ ເປັນກະບອກສຽງອັນສໍາຄັນໃນວຽກງານໂຄສະນາ, ພ້ອມນັ້ນ, ກໍຍັງແນໃສ່ປູກລະດົມ ມວນ ຊົນທົ່ວສັງຄົມປະກອບສ່ວນເຂົ້າໃນ ວຽກ ງານຕ້ານການຄ້າມະນຸດ ໂດຍສະເພາະ ແມ່ນການລະດົມທຶນເພື່ອສ້າງສູນພັກເຊົາ ໃຫ້ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ພາກເໜືອ.
ຂ່າວ: ວຽງຈັນທາຍ

