ລາຄານໍ້າມັນເຊື້ອໄຟທຸກປະເພດຈະເລີ່ມປັບຂຶ້ນມື້ອື່ນວັນທີ 27 ພະຈິກ 2020 ເລີ່ມເວລາ 6 ໂມງ 00 ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້, ລາຄານໍ້າມັນແອັດຊັງພິເສດ ຈະປັບຂຶ້ນ 280 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 240 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 290ກີບ/ລິດ.
ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານນາງ ເຂັມມະນີ ພົນເສນາ ໄດ້ອອກແຈ້ງການປັບຂຶ້ນລາຄາດັ່ງກ່າວໃນວັນທີ 26 ພະຈິກ 2020ນີ້ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃຫ້ປະຕິບັດປັບຂຶ້ນຕາມການແຈ້ງການ.
ຂໍ້ມູນ: ກະຊວງອຸດສາຫະກໍາ ແລະ ການຄ້າ

