ເມືອງໄຊເສດຖາບໍ່ອະນຸຍາດໃຫ້ເປີດບໍລິການຮ້ານອາຫານ ສະຖານີ 3434

ເມືອງໄຊເສດຖາບໍ່ອະນຸຍາດໃຫ້ເປີດບໍລິການຮ້ານອາຫານ ສະຖານີ 3434

ເມືອງໄຊເສດຖາ ນະຄອນຫຼວງວຽງຈັນບໍ່ອະນຸຍາດໃຫ້ເປີດບໍລິການຮ້ານອາຫານສະຖານີ 3434 ທີ່ຕັ້ງຢູ່ຂ້າງສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຕາມການສະເໜີຂໍເປີດຂອງເຈົ້າຂອງ ຮ້ານອາຫານດັ່ງກ່າວ.

ອໍານາດການປົກຄອງເມືອງໄຊເສດຖາໄດ້ມີໜັງສືແຈ້ງການປິດຮ້ານດັ່ງກ່າວເມື່ອອາທິດທີ່ຜ່ານມາ ແລະ ໃນວັນທີ 20 ພະຈິກ 2020 ເຈົ້າຂອງຮ້ານອາຫານສະຖານີ 3434 ໄດ້ເຮັດໃບສະເໜີມາຍັງຫ້ອງວ່າການ ເມືອງໄຊເສດຖາເພື່ອຂໍອະນຸຍາດເປີດ.

ຫ້ອງວ່າການເມືອງໄຊເສດຖາໄດ້ແຈ້ງຜົນຂອງກອງປະຊຸມຄະນະປະຈໍາພັກເມືອງໄຊເສດຖາ ເມື່ອວັນທີ 26 ພະຈິກ 2020  ທີ່ຜ່ານມາກ່ຽວກັບຮ້ານດັ່ງກ່າວໃຫ້ສືບຕໍ່ປິດຊົ່ວຄາວຫ້າມບໍ່ໃຫ້ເປີດເພງຮ້ອງ, ຂັບລຳໃສ່ ຊີດີ (CD) ຜ່ານເຄື່ອງຂະຫຍາຍສຽງ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງຄະນະປະຈໍາພັກໃຫ້ເຫດຜົນທີ່ ປິດການບໍລິການ  ຮ້ານອາຫານດັ່ງກ່າວຊົ່ວຄາວນີ້ເນື່ອງຈາກວ່າໄລຍະນີ້ ເປັນໄລຍະກະກຽມ ໃຫ້ແກ່ການ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການກະກຽມສະເຫຼີມສະຫຼອງວັນສໍາຄັນຂອງພັກ ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ທັງເປັນການ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ພາຍຫຼັງທີ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມອີກ 14 ກໍລະນີ ໃນວັນທີ 22 ພະຈິກທີ່ຜ່ານມາ.

 ຂໍ້ມູນ: ຫ້ອງວ່າການເມືອງໄຊເສດຖາ

Related Articles

Leave a Reply