ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ເລີ່ມລົງມືກໍ່ສ້າງ ໃນປີ 2017 ເປັນຕົ້ນມາ, ຊຶ່ງມາຮອດປັດຈຸບັນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ສຳເລັດແລ້ວ 81,9% ຂອງໜ້າວຽກທັງໝົດ, ຄາດວ່າໃນເດືອນພຶດສະພາ ປີ 2021 ຈະໄດ້ທົດລອງແລ່ນຈັກຜະລິດໄຟຟ້າ, ຫຼັງຈາກນັ້ນ ຈະຜະລິດໄຟຟ້າຈໍາໜ່າຍຢ່າງເປັນທາງການພາຍ ໃນ ເດືອນມິຖຸນາ ເປັນຕົ້ນໄປ.
ເຂື່ອນໄຟຟ້ານໍ້າກົງ 1 ເປັນເຂື່ອນຫີນຖົມດ້ານໜ້າດ້ວຍເບຕົງ, ສາມາດກັກເກັບນໍ້າໄດ້ປະມານ 650 ລ້ານແມັດກ້ອນ, ຊຶ່ງເຂື່ອນດັ່ງກ່າວ ຕັ້ງຢູ່ສາຍນໍ້າກົງ ເຂດເມືອງພູວົງ, ແຂວງອັດຕະປື, ລວງສູງຂອງໂຕເຂື່ອນ 90 ແມັດ, ເຮືອນຈັກໄຟຟ້າ ເປັນປະເພດຕັ້ງຢູ່ໃຕ້ດິນ ມີກຳລັງຕິດຕັ້ງທັງໝົດ 160 MW (2×80 MW), ສາມາດຜະລິດພະລັງງານໄຟຟ້າໄດ້ 469 GWh/ປີ, ມູນຄ່າການກໍ່ສ້າງ 335,8 ລ້ານ ໂດລາ, ມີອາຍຸການສໍາປະທານ 25 ປີ, ໃນນີ້ ບໍລິສັດນໍ້າ ແລະພະລັງງານໄຟຟ້າແຫ່ງ ສປ ຈີນ (CWE) ຖືຫຸ້ນ 65%, ລັດວິສາຫະກິດໄຟຟ້າລາວ (EDL) ຖືຫຸ້ນ 20% ແລະ ບໍລິສັດທີ່ປືກສາດ້ານການລົງທຶນເຂື່ອນໄຟຟ້າຈໍາກັດຜູ້ດຽວ (IHC) ຖືຫຸ້ນ 15%, ໂດຍພະລັງງານໄຟຟ້າທີ່ຜະລິດໄດ້ທັງໝົດຈະຂາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວ.
ຜູ້ອໍານວຍການໂຄງການເຂື່ອນໄຟ ຟ້ານໍ້າກົງ 1, ທ່ານ ເສິນ ຢູ ສວານ ໄດ້ລາຍງານໃຫ້ຮູ້ໃນໂອກາດທີ່ ຮອງລັດຖະມົນຕີ ກະຊວງ ພະ ລັງງານ ແລະ ບໍ່ແຮ່, ທ່ານ ສີນາວາ ສຸພານຸວົງ, ພ້ອມດ້ວຍຄະນະ ເຄື່ອນໄຫວຕິດ ຕາມ ແລະ ກວດກາໂຄງການດັ່ງກ່າວໃນວັນທີ 26 ພະຈິກ 2020 ຜ່ານມານີ້ ວ່າ:
ໂຄງການໄດ້ສໍາເລັດບັນດາໜ້າວຽກສໍາຄັນ ໂດຍສະເພາະແຜນການກັກເກັບນໍ້າຂອງໂຄງການ, ສໍາເລັດການກໍ່ສ້າງຕົວເຂື່ອນ, ສໍາເລັດການຕີລາຄາປະເມີນຄຸນນະພາບການກໍ່ສ້າງ ແລະ ການປະເມີນຄວາມປອດໄພຂອງຕົວເຂື່ອນ ແລະ ສິ່ງປະກອບຕ່າງໆ ກ່ອນການກັກເກັບນໍ້າ, ສໍາເລັດການຕິດຕັ້ງອຸປະກອນຕິດຕາມຕົວເຂື່ອນ, ເຜີຍແຜ່ແຜນການກັກນໍ້າ ແລະ ແຜນຮັບມືໃນກໍລະນີສຸກເສີນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ໃຕ້ເຂື່ອນ ຈໍານວນ 14 ບ້ານ ແລະ ໜ້າວຽກສໍາຄັນອື່ນໆ, ໂດຍໂຄງການໄດ້ເລີ່ມກັກເກັບນໍ້ານັບແຕ່ຕົ້ນເດືອນກັນຍາ ປີ 2020 ເປັນຕົ້ນມາ.
ສ່ວນໜ້າວຽກທີ່ກໍາລັງດຳເນີນໃນປັດຈຸບັນ ລວມມີ: ການກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ້ 2, ໂຄງສ້າງປະຕູນ້ຳທ້າຍເຮືອນຈັກ, ວຽກດຶງສາຍ 115 KV ແລະ ໜ້າວຽກອື່ນໆອີກ.
ແຫຼ່ງຂ່າວ: Lao National Radio

