ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນຈະຈັດຂຶ້ນໃນລະຫວ່າງວັນທີ 5-13 ທັນວາ 2020 ທີ່ ຕຶກເກົ່າ ສູນການຄ້າລາວ-ໄອເຕັກ, ຕະຫຼອດ 9 ວັນຂອງການຈັດງານມີຈະມີຫຼາຍກວ່າ 10 ກິດຈະກໍາເຊັ່ນ: ການສະແດງສິລະປະ, ແຂ່ງຂັນສີມືແຮງງານ (ຊ່າງຕັດຜົມ, ຊ່າງເສີມສວຍ, ຊ່າງແຕ່ງໜ້າ), ເວທີສົນທະນາກ່ຽວກັບການປຸກຈິດສໍານຶກສິ່ງແວດລ້ອມ, ຄວາມປອດໄພໃນການຂັບຂີ່, ການໃຫ້ຄວາມຮູ້ຕ້ານພະຍາດເອດ, ພະຍາດຕິດຕໍ່ທາງເພດສຳພັນ(ພຕພ), ຕ້ານການຄ້າມະນຸດ, ແຂ່ງຂັນຮ້ອງເພງ, ແຂ່ງຂັນສຽງແຄນລາວ, ແຂ່ງຂັນແບບແຜນດຸລິຍາງ, ແປຕົວອັກສອນ, ເຕັ້ນເຊຍລິດເດີຂອງໄວໜຸ່ມ ແລະ ກິດຈະກໍາອື່ນໆ.
ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທ່ານ ອາລຸນໄຊ ສູນນະລາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 3 ທັນວາ 2020 ກ່ຽວກັບການຈັດງານດັ່ງກ່າວ ນີ້ທີ່ສູນກາງຊາວໜຸ່ມ ວ່າ: ການຈັດບຸນມະໂຫລານຄັ້ງນີ້ເປັນການເຕົ້າໂຮມເອົາຄົນຮຸ້ນໜຸ່ມທຸກສາຂາອາຊີບ ໃນ ສປປ ລາວ ແລະ ຂະບວນການເຄື່ອນໄຫວເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງຄົນໜຸ່ມ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ພ້ອມນີ້ ກໍເພື່ອເປັນການລະນຶກເຖິງມູນເຊື້ອຊາວໜຸ່ມຮຸ້ນກ່ອນ ແລະ ເສີມຂະຫຍາຍບົດບາດຊາວໜຸ່ມໃນຍຸກໃໝ່ ແລະ ອື່ນໆ.
ຂ່າວ-ພາບ: ວິສິດ

