ໂຈນປຸ້ນຮ້ານຄຳຢູ່ຕະຫຼາດແກ້ງກອກ ນອນໃຊ້ການ ກະທໍາຢູ່ໃນຄຸກ

ໂຈນປຸ້ນຮ້ານຄຳຢູ່ຕະຫຼາດແກ້ງກອກ ນອນໃຊ້ການ ກະທໍາຢູ່ໃນຄຸກ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ສາມາດຈັບຕົວໂຈນປຸ້ນຮ້ານຄຳຢູ່ຕະຫຼາດແກ້ງກອກ ໄດ້ແລ້ວເມື່ອມໍ່ໆມານີ້ ພາຍຫຼັງທີ່ກໍ່ເຫດໃນວັນທີ 15 ກຸມພາ 2025 ທີ່ຜ່ານມາ ຊຶ່ງຜູ້ກໍ່ເຫດຊື່ທ້າວ ສີສະໄໝ ອາຍຸ 35 ປີ, ອາຊີບ ເຮັດນາ ຢູ່ບ້ານ ນານົກຂຽນ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ.

ມື້ປຸ້ນຄໍາຢູ່ຮ້ານດັ່ງກ່າວ, ທ້າວ ສີສະໄໝ ພ້ອມດ້ວຍໝູ່ 1 ຄົນໄດ້ນຳໃຊ້ອາວຸດປືນສັ້ນ ໃນການກໍ່ເຫດ ໄດ້ຄຳ ຈຳນວນຫຼາຍ, ສ່ວນໝູ່ທີ່ຮ່ວມກໍ່ເຫດປະຈຸບັນແມ່ນໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ.

ທ້າວ ສີສະໄໝ ຫຼື ຈິນພ້ອມດ້ວຍໝູ່ 1 ຄົນ, ໄດ້ກໍ່ເຫດນຳໃຊ້ອາວຸດປືນສັ້ນ ປຸ້ນຮ້ານຄຳ ຢູ່ຕະຫຼາດແກ້ງກອກ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ, ເຊິ່ງພວກກ່ຽວສາມາດປຸ້ນເອົາຄຳໄປໄດ້ຈຳນວນຫຼາຍ, ສ່ວນໝູ່ທີ່ຮ່ວມກໍ່ເຫດປະຈຸບັນແມ່ນໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ.

ຈາກເຫດການດັ່ງກ່າວ, ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ເມືອງ ອຸທຸມພອນ ສາມາດກັກຕົວ ຜູ້ທີ່ມີສ່ວນພົວພັນໃນການກະທຳຜິດໄດ້ທັງໝົດ 4 ຄົນ ແລະ ຍັງສືບຕໍ່ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນ ໃນຄະດີດັ່ງກ່າວ ມາດຳເນີນຄະດີຕາມກົດໝາຍ.

ທີ່ມາແຫຼ່ງຂໍ້ມູນ-ພາບ: ນັກຂ່າວເມືອງອຸທຸມພອນ

Related Articles

Leave a Reply