ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈັດການແຂ່ງຂັນ ຂຽນບົດຂ່າວ ຫຼື ບົດຄວາມ ເພື່ອຮ່ວມສະເຫຼີມສະຫຼອງ ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈັດການແຂ່ງຂັນ ຂຽນບົດຂ່າວ ຫຼື ບົດຄວາມ ເພື່ອຮ່ວມສະເຫຼີມສະຫຼອງ ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ຂ່າວດີ ! ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍເຊີນຊວນຊາວພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ. ໃນຂອບເຂດທົ່ວປະເທດ ສົ່ງຜົນງານ ເຂົ້າຮ່ວມແຂ່ງຂັນ ຂຽນບົດຂ່າວ ຫຼື ບົດຄວາມ ເພື່ອຮ່ວມສະເຫຼີມສະຫຼອງ ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຊິງເງິນລາງວັນ ລວມມູນຄ່າ 7 ລ້ານກີບ ! ພາຍໃຕ້ຫົວຂໍ້: “ຍົກສູງບົດບາດການນຳພາຂອງພັກ ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”.

ມາດຖານ ແລະ ເງື່ອນໄຂຂອງບົດຂ່າວ ບົດຄວາມ

1. ຄວາມຍາວຂອງບົດ ບໍ່ໃຫ້ຫຼຸດ 2 ໜ້າ A4 ແລະ ບໍ່ກາຍ 4 ໜ້າ A4

2. ຄຸນສົມບັດເນື້ອໃນ: ເນື້ອຫາສ້າງສັນ, ບໍ່ມີລັກສະນະບິດເບືອນ, ບໍ່ຂັດຕໍ່ລະບຽບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ

4. ຜູ້ເຂົ້າຮ່ວມ: ເປີດກວ້າງໃຫ້ແກ່ນັກຂ່າວ, ພະນັກງານຂົງເຂດສື່ມວນຊົນ-ພິມຈຳໜ່າຍ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປທີ່ມີພອນສະຫວັນ.

ກຳນົດເວລາ

• ມື້ເປີດຮັບສະໝັກ ແລະ ເລີ່ມໂຄງການ: 15 ມິຖຸນາ 2026

• ມື້ປິດຮັບສະໝັກ: 30 ມິຖຸນາ 2026

* ມື້ປະກາດຜົນ: 3 ກໍລະກົດ 2026

• ມື້ປະກາດຜົນຜູ້ຊະນະເລີດ: 03 ກໍລະກົດ 2026 (ຜ່ານຊ່ອງທາງເຟສບຸກເພຈ: ສື່ມວນຊົນຊາວໜຸ່ມລາວ Lao Youth Mass Media ,Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ Lao Youth Radio FM 90.0 Mhz)

ເງິນລາງວັນ:

– ຊະນະເລີດ: ລາງວັນທີ 1 ມູນຄ່າ 3,000,000 ກີບ ພ້ອມໃບຍ້ອງຍໍ

– ຮອງຊະນະເລີດ ອັນດັບ 1: 2,000,000 ກີບ ພ້ອມໃບຍ້ອງຍໍ

– ຮອງຊະນະເລີດ ອັນດັບ 2: 1,000,000 ກີບ ພ້ອມໃບຍ້ອງຍໍ

– ລາງວັນຊົມເຊີຍ 2 ລາງວັນລາງວັນລະ: 500,000 ກີບ ພ້ອມໃບຍ້ອງຍໍ

ສອບຖາມຂໍ້ມູນເພີ່ມຕື່ມ: ໂທ & ວອດແອັບ 020-57621789

ໃນໂມງລັດຖະການ.

Related Articles

Leave a Reply