ໃນໄລຍະ 6 ເດືອນຕົ້ນປີ 2026, ລັດຖະບານໄດ້ມີຜົນສໍາເລັດຫຼາຍດ້ານໂດຍສະເພາະສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ ເກັບກູ້ອາວຸດ, ວັດຖຸລະເບີດ, ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກລອບຂຸດຄົ້ນແຮ່ທາດ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເຊິ່ງສາມາດມ້າງຄະດີຢາເສບຕິດໄດ້ 1,786 ເລື່ອງ, ຈັບຜູ້ຖືກຫາໄດ້ 4,025 ຄົນ, ຈັບກຸ່ມແກ້ງສະແກຣມເມີໄດ້ 20 ຄັ້ງ, ກັກຜູ້ຖືກຫາໄດ້ ຈໍານວນ 2,652 ຄົນ, ລວມມີຄົນລາວ ແລະ ຄົນຕ່າງປະເທດ, ຍຶດຂອງກາງໄດ້ຫຼາຍສົມຄວນ; ຈັບຜູ້ລັກລອບຂຸດຄົ້ນແຮ່ທາດ ຢູ່ 12 ແຂວງ ແລະ ນະຄອນຫຼວງວຽງຈັນ ພົບຜູ້ກະທໍາຜິດ 153 ຄົນ ເຊິ່ງມີທັງຄົນລາວ ແລະ ຄົນຕ່າງປະເທດ, ຍຶດລົດຈົກ ໄດ້ 72 ຄັນ, ລົດດ້າມ 03 ຄັນ, ລົດຕັກ 01 ຄັນ, ເຮືອ 10 ລໍາ, ລົດກະບະ 05 ຄັນ ແລະ ອຸປະກອນອື່ນໆ.
ທາງດ້ານເສດຖະກິດໄດ້ຂະຫຍາຍຕົວໃນລະດັບ 5%; ສາມາດເກັບລາຍຮັບງົບປະມານ ໄດ້ 52% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 34% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 8%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ການຜະລິດສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ; ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການຄຸ້ມຄອງ-ດຶງດູດການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫາຂາດເຂີນນໍ້າມັນເຊື້ອໄຟ ແລະ ອື່ນໆ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການຫັນເປັນທັນສະໄໝຍັງຊັກຊ້າ, ການຄຸ້ມຄອງໂຄງການຂຸດຄົ້ນແຮ່ທາດ, ການນຳເຂົ້າສິນຄ້າຟູມເຟືອຍ, ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ, ການລັກລອບຕັດໄມ້, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້, ການປົກປັກຮັກສາສິ່ງແວດລ້ອມ, ການນໍາໃຊ້ຊັບສິນຂອງລັດ ຍັງຟູມເຟືອຍ ແລະ ອື່ນໆ.
ບັນດາຜົນສໍາເລັດ ແລະ ບັນຫາທີ່ຈະສືບຕໍ່ແກ້ໄຂດັ່ງກ່າວ ໄດ້ມີການເຜີຍແຜ່ທີ່ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2026 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

