ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເມື່ອມໍ່ໆມານີ້ ໃຫ້ຢຸດຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ຊົ່ວຄາວໃນເຂດນະຄອນຫຼວງວຽງ ນັບແຕ່ວັນທີ 1 ກໍລະກົດ ຫາ 30 ຕຸລາ 2026.
ການຢຸດດັ່ງກ່າວມີຈຸດປະສົງເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຮັກສາຄວາມສະອາດຂອງຕົວເມືອງ, ປົກປ້ອງໂຄງລ່າງພື້ນຖານ ແລະ ອະນຸລັກສິ່ງແວດລ້ອມ ໃນຊ່ວງລະດູຝົນ.
ສຳລັບໂຄງການບູລິມະສິດຂອງລັດຖະບານ ຫາກມີຄວາມຈຳເປັນຕ້ອງຂຸດຄົ້ນດິນໃນໄລຍະດັ່ງກ່າວ ເຈົ້າຂອງໂຄງການຕ້ອງຈັດກຽມເອກະສານໃຫ້ຄົບຖ້ວນ ແລະ ຍື່ນສະເໜີຕໍ່ພະແນກ ອຄ ນະຄອນຫຼວງວຽງຈັນ ເພື່ອພິຈາລະນາອະນຸຍາດຕາມລະບຽບການ.
ກໍລະນີຖ້າຫາກຜູ້ໃດທີ່ຍັງດຳເນີນການຂຸດຄົ້ນດິນໃນໄລຍະຫ້າມໂດຍບໍ່ໄດ້ຮັບອະນຸຍາດ ຫຼື ລະເມີດແຈ້ງການສະບັບນີ້ ຈະຖືກດຳເນີນມາດຕະການຕາມກົດໝາຍ ລວມມີ ສຶກສາອົບຮົມ, ລົງວິໄນ, ປັບໄໝ, ຊົດໃຊ້ຄ່າເສຍຫາຍ ຫຼື ດຳເນີນຄະດີ ຕາມລະດັບຄວາມຜິດ.

