ເລີ່ມກໍ່ສ້າງອາຄານ ສູນພັດທະນາຊຸມຊົນຂັ້ນແຂວງ ໃນ 5 ແຂວງພາກເໜືອ

ເລີ່ມກໍ່ສ້າງອາຄານ ສູນພັດທະນາຊຸມຊົນຂັ້ນແຂວງ ໃນ 5 ແຂວງພາກເໜືອ

ໂຄງການກໍ່ສ້າງອາຄານ ສູນພັດທະນາຊຸມຊົນ ຂັ້ນແຂວງ ໃນ 5 ແຂວງພາກເໜືອ ປະກອບມີແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ, ໄຊຍະບູລີ ແລະ ແຂວງຫົວພັນ (ຊຸດທີ 1) ພາຍໃຕ້ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຍີ່ປຸ່ນ ຜ່ານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໄດ້ມີພິທີເລີ່ມການກໍ່ສ້າງແລ້ວເມື່ອມໍ່ໆມານີ້ຢູ່ບໍລິເວນຕໍ່ໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ.

ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ປອ.ນ. ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ, ທ່ານ ນ. ໂຄບາຢາຊິ ມິຢາໂກະ ຫົວໜ້າຫ້ອງການ JICA ປະຈຳ ສປປ ລາວ, ທ່ານ ຮສ. ນ. ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ, ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າ (ODA) ຈາກ ລັດຖະບານ ຍີ່ປຸ່ນ ພາຍໃຕ້ການແລກປ່ຽນໜັງສື E/N ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຍີ່ປຸ່ນ ທີ່ໄດ້ລົງນາມ ໃນວັນທີ 21 ມີນາ 2025 ແລະ ສັນຍາໃຫ້ທຶນ G/A ລົງນາມ ໃນວັນທີ 25 ກຸມພາ 2025 ໂດຍມີມູນຄ່າໂຄງການລວມ 1,270 ລ້ານເຢນ ຫຼື ປະມານ 8 ລ້ານໂດລາສະຫະລັດ. ຈຸດປະສົງຂອງໂຄງການ ເພື່ອກໍ່ສ້າງ ແລະ ປັບປຸງສູນພັດທະນາຊຸມຊົນ ຂັ້ນແຂວງ ໃນ 9 ແຂວງ ໃຫ້ມີອາຄານ ແລະ ສິ່ງອຳນວຍຄວາມສະດວກທີ່ໄດ້ມາດຕະຖານ ເພື່ອຮອງຮັບການຈັດຝຶກອົບຮົມ, ການພັດທະນາວິຊາຊີບ ແລະ ຍົກລະດັບສັກຍະພາບບຸກຄະລາກອນການສຶກສາ ເພື່ອປະກອບສ່ວນໃນການປະຕິຮູບການສຶກສາແຫ່ງຊາດ. ການດຳເນີນໂຄງການແບ່ງອອກເປັນ 2 ໄລຍະ ໄລຍະທີ 1 (2026-2027) ຈະດຳເນີນການຢູ່ 5 ແຂວງ ຄື: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ, ໄຊຍະບູລີ ແລະ ແຂວງຫົວພັນ ດ້ວຍງົບປະມານກໍ່ສ້າງລວມປະມານ 2,462,307.44 ໂດລາສະຫະລັດ ແລະ ໄລຍະທີ 2 (2027-2028) ຈະດຳເນີນການໃນອີກ 4 ແຂວງ ຄື: ແຂວງວຽງຈັນ, ຄຳມ່ວນ, ເຊກອງ ແລະ ແຂວງອັດຕະປື.

ທີ່ມາແຫຼ່ງຂໍ້ມູນຂ່າວ: ຄຳພັນ ແກ້ວມະນີ

Related Articles

Leave a Reply