ທ້າວ ມາຊົງ ອາຍຸ 34 ປີ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ໄດ້ດື່ມສິ່ງມືນເມົາ (ເຫຼົ້າເບຍ) ຂັບລົດເສຍຫຼັກຂ້າມເລນຕຳສອງແມ່ລູກໃນເວລາປະມານ 06 ໂມງ 40 ນາທີ ຂອງວັນທີ 25 ມິຖຸນາ 2026 ທີ່ຜ່ານມາ ເສຍຊີວິດຄາທີ່ຢູ່ຈຸດເສັ້ນທາງ ເລກທີ 13 N, ເຂດບ້ານນາຫວານນ້ອຍ ເມືອງໄຊ ແຂວງອຸດົມໄຊ.
ຜູ້ເສຍຊີວິດ ຊື່ນາງ ພິລາ ອາຍຸ 34 ປີ, ສັນຊາດລາວ, ປະຊາຊົນ ຢູ່ບ້ານໃໝ່ ເມືອງ ໄຊ ແຂວງ ອຸດົມໄຊ ແລະ ຜູ້ຊ້ອນທ້າຍ ຊື່ ນາງ ວິນັດ (ລູກສາວ) ອາຍຸ 3 ປີ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທ້າວ ມາຊົງ ອາຍຸ 34 ປີ ຜູ້ຂັບລົດຄັນດັ່ງກ່າວວ່າ: ກ່ອນເກີດເຫດ ຜູ້ກ່ຽວພ້ອມດ້ວຍເມຍ ແລະ ລູກໄດ້ໄປກິນລຽ້ງກັບໝູ່ 06 ຄົນ ຢູ່ສະຖານບັນເທີງແຫ່ງໜຶ່ງ,ດື່ມກິນມາຮອດເວລາເວລາ 05 ໂມງ 30 ນາທີ, ຜູ້ກ່ຽວພ້ອມດ້ວຍເມຍ ແລະ ລູກຈຶ່ງໄດ້ອອກຈາກ ສະຖານບັນເທີງເພື່ອຈະກັບບ້ານ ພູສະຫວັນ ພໍຂັບຂີ່ໃກ້ຈະຮອດຈຸດເກີດເຫດ, ລົດໄດ້ເສຍຫຼັກ ຂຶ້ນດອນກາງຂ້າມເລນທາງໄປກໍ້າຊ້າຍ ແລ້ວໄປຕຳໃສ່ກັບລົດຈັກ ທີ່ຢູ່ເບື້ອງກໍ້າຊ້າຍມືຂອງຜູ້ກ່ຽວ ເຮັດໃຫ້ສອງແມ່ລູກເສຍຊີວິດຄາທີ່.

