ທູດ 3 ປະເທດຍື່ນສານຕາຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ

ທູດ 3 ປະເທດຍື່ນສານຕາຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈາກ 3 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ໃນມື້ວານນີ້ ທີ່ ທໍານຽບປະທານປະເທດ.

ທູດ 3 ປະເທດດັ່ງກ່າວລວມມີ ທ່ານ ບັດເທີຣ ດາວາຄູ (BATTUR Davaakhuu) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ; ທ່ານ ນາງ ເຣເລນ ຊຽວເລ ຕາກາໂລອາ ລີອູຟາລານີ (Raylene Siale Tagaloa Liufalani) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ນິວຊີແລນ ປະຈໍາ ສປປ ລາວ ໂດຍມີສຳນັກ ງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ແລະ ທ່ານ ກາບາ ເຊນີ (GARBA Seyni) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄນເຈີ ປະຈໍາ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ.

ໃນໂອກາດນີ້, ທ່ານ ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທູດ ຈະຊ່ວຍສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດດັ່ງກ່າວ ໃຫ້ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າ, ເປັນຕົ້ນແມ່ນຊຸກຍູ້ການແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ໄປຈົນເຖິງການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດດ້ວຍກັນ ເພື່ອເປັນພື້ນຖານອັນດີ ແລະ ໜັກແໜ້ນໃຫ້ແກ່ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ; ລວມທັງການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນີ້, ກໍສະເໜີມາຍັງບັນດາທູດຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ການນຳຂັ້ນສູງຂອງສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ປະກົດຜົນເປັນຈິງ; ສະເໜີໃຫ້ບັນດາທູດ ຍາດໂອກາດໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເຫັນໄດ້ເຖິງການພັດທະນາຕົວຈິງຂອງບັນດາແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. ນອກຈາກນັ້ນ, ພະນະທ່ານ ປະທານປະເທດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາການນໍາສູງສູດຂອງທັງ 3 ປະເທດເພື່ອນມິດ ແລະ ຖືໂອກາດດັ່ງກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.

ຂ່າວ: ກຕທ

Related Articles

Leave a Reply