ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະເຈົາລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ທີ່ ບາງກອກປະເທດໄທ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະເຈົາລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ທີ່ ບາງກອກປະເທດໄທ

ໂດຍໄດ້ຮັບການມອບໝາຍຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ເດີນທາງໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ຣາຊະອານາຈັກໄທ ໃນມື້ວານນີ້ ທີ່ນະຄອນຫຼວງບາງກອກ ປະເທດໄທ.

ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາໄດ້ສິ້ນພະຊົນ ໃນວັນທີ 11 ມິຖຸນາ 2026ທີ່ຜ່ານມາ ລວມອາຍຸໄດ້ 47 ພັນສາ.​

ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ເປັນຜູ້ທີ່ມີຈິດໃຈສູງສົ່ງ, ເມດຕາກະລຸນາ ແລະ ມີພະປີຊາສາມາດສູງ, ຕະຫຼອດຊີວິດຂອງພະອົງ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ຢ່າງບໍ່ຮູ້ອິດເມື່ອຍ ເພື່ອຄຸນປະໂຫຍດຂອງສ່ວນລວມ, ການພັດທະນາຄຸນນະພາບຊີວິດຂອງປະຊາຊົນ, ການສົ່ງເສີມຄວາມຍຸຕິທຳໃນສັງຄົມ ແລະ ວຽກງານການຕ່າງປະເທດ, ພ້ອມທັງມີບົດບາດສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ປະຊາຊົນສອງຊາດ ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ການສິ້ນພະຊົນຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ບໍ່ພຽງແຕ່ເປັນການສູນເສຍອັນຍິ່ງໃຫຍ່ ແລະ ນຳເອົາຄວາມໂສກເສົ້າສຸດອາໄລຢ່າງສຸດຊຶ້ງ ມາສູ່ພະບາດສົມເດັດ, ພະບໍລົມວົງສານຸວົງ ແລະ ປວງຊົນຊາວໄທທັງຊາດ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍຍາດມິດທີ່ໃກ້ຊິດ ຂອງ ປະຊາຊົນລາວ ນຳອີກ.

ການເຂົ້າຮ່ວມໃນພິທີວາງພວງມາລາ ແລະ ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ໃນຄັ້ງນີ້ ເປັນການນຳເອົາຄວາມໄວ້ອາໄລຢ່າງສຸດຊຶ້ງຈາກ ລັດຖະບານ ແລະ ປະຊາຊົນລາວ ມາຍັງ ພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະ ປະຊາຊົນໄທ ແລະ ທັງເປັນການລະນຶກເຖິງຄຸນງາມຄວາມດີອັນ ທີ່ພະອົງໄດ້ເສຍສະຫຼະ ແລະ ອຸທິດຕົນເອງເພື່ອຜົນປະໂຫຍດສ່ວນ ລວມ ກໍຄື​ ການພັດທະນາສາຍພົວພັນອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ຂະຫຍາຍຕົວໃນຕະຫຼອດຊີວິດຂອງພະອົງທີ່ຜ່ານມາ.

ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກ ລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ສີຫະສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ.

ຂ່າວ: ກຕທ

Related Articles

Leave a Reply